ຍີ່ປຸນໂຈະການເຈລະຈາ FTA ກັບສ.ເກົາຫຼີ ແລະ ຈີນ

ຍີ່ປຸນໂຈະການເຈລະຈາ FTA ກັບສ.ເກົາຫຼີ ແລະ ຈີນ - ảnh 1
(ພາບປະກອບ)

(vovworld) -     ວັນ​ທີ 14/11, ໜັງ​ສື່​ພິມ “Sankei” ຂອງ​ຍີ່​ປຸນ ​ໃຫ້​ຂ່າວ​ວ່າ ຍີ່ປຸ່ນ​ໄດ້​ຕົກລົງ​ໂຈະ​ແຜນການ​ດຳ​ເນີນ​ການ​ເຈລະຈາ​ກ່ຽວ​ກັບ​ສັນຍາ​ການ​ຄ້າ​ເສລີ (FTA) ສ.​ເກົາຫຼີ - ຈີນ - ຍີ່ປຸ່ນ ​ໃນ​ສະຖານະ​ການ​ທີ່​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ ​ໂຕ​ກຽວ ​ແລະ ປັກ​ກິ​ງ ທີ່​ກ່ຽວຂ້ອງ​ເຖິງ​ການ​ຍາດສິ່ງອະທິປະໄຕຢູ່ໝູ່ເກາະໃນທະເລຮວາຕຸງ ເຊິ່ງຝ່າຍຍີ່ປຸ່ນເອີ້ນວ່າ Senkaku ​ແລະ ຈີ​ນ​ເອີ້ນ​ວ່າ ຕ້ຽວ​ອີ ພວມ​ເຄັ່ງ​ຕຶງ. ສ.​ເກົາຫຼີ, ຈີນ ​ແລະ ຍີ່ປຸ່ນ ມີ​ແຜນການ​ດຳ​ເນີນ​ການ​ເຈລະຈາ​ສັນຍາ FTA ​ລະຫວ່າງ 3 ຝ່າຍ​ຢູ່​ກອງ​ປະຊຸມ​ສຸດ​ຍອດ​ອາ​ຊຽນ ຄັ້ງ​ທີ 21 ​ເຊິ່ງຄາດ​ວ່າ​ຈະ​ດຳ​ເນີນ​​ຢູ່ກຳ​ປູ​ເຈຍ ​​ໃນ​ວັນ​ທີ 18/11 ຈະ​ມາ​ເຖິງ. ທີ່​ກອງ​ປະຊຸມ​ສຸດ​ຍອດ ສ.​ເກົາຫຼີ - ຈີນ - ຍີ່ປຸ່ນ ຢູ່​ປັກ​ກິ​ງ ​ເມື່ອ​ເດືອນ 5 ຜ່ານ​ມາ, ການ​ນຳ 3 ປະ​ເທດ​​ໄດ້ໃຫ້​ຄຳ​ໝັ້ນ​ສັນຍາ​ຈະ​ດຳ​ເນີນ​ການ​ເຈລະຈາ​ເພື່ອ​ສາມາດ​ລົງ​ນາມ​ໃນ​ສັນຍາ FTA ​ໃນ​ທ້າຍ​ປີ 2012 ນີ້.

ຂ່າວ/ບົດ​ອື່ນ