ຍີ່ປຸ່ນໃຫ້ບຸລິມະສິດຊ່ວຍເຫຼືອ ODA ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ມະຫາສະມຸດອິນເດຍ

(VOVWORLD) -ວັນທີ 23 ກຸມພາ, ທ່ານລັດຖະມົນຕີການຕ່າງປະເທດຍີ່ປຸ່ນ Taro Kono ໄດ້ປະກາດ “ປື້ມປົກຂາວກ່ຽວກັບການຮ່ວມມືພັດທະນາປີ 2017” ຂອງກະຊວງການຕ່າງປະເທດຍີ່ປຸ່ນ.
ຍີ່ປຸ່ນໃຫ້ບຸລິມະສິດຊ່ວຍເຫຼືອ ODA ເພີ່ມທະວີການປ້ອງກັນຄວາມສະຫງົບຢູ່ມະຫາສະມຸດອິນເດຍ - ảnh 1 (ພາບປະກອບອີນເຕີແນັດ)

ເນື້ອໃນສຳຄັນທີ່ໄດ້ຮັບຄວາມສົນໃຈໃນປື້ມປົກຂາວແມ່ນບັນຫານຳໃຊ້ແຫຼ່ງທຶນຊ່ວຍເຫຼືອພັດທະນາທາງການ (ODA) ໃຫ້ບັນດາໂຄງການສາກົນ ເຊິ່ງຍີ່ປຸ່ນພວມເດີນຕາມ. ພິເສດປື້ມປົກຂາວ ກໍ່ຊີ້ແຈ້ງວ່າ ເພື່ອປະຕິບັດຍຸດທະສາດພັດທະນາມະຫາສະມຸດອິນເດຍ - ປາຊີຟິກ ເຊິ່ງທ່ານນາຍົກລັດຖະມົນຕີຍີ່ປຸ່ນ Shinzo Abe ແມ່ນຜູ້ລິເລີ່ມ, ຍີ່ປຸ່ນ ຈະນຳໃຊ້ແຫຼ່ງທຶນ ODA ຊ່ວຍບັນດາປະເທດພວມພັດທະນາຢູ່ພາກພື້ນດັ່ງກ່າວ. ບັນດາຂົງເຂດຕົ້ນຕໍ່ໄດ້ສຸມໃສ່ເຂົ້າໃນບັນດາໂຄງການຮັບປະກັນຄວາມສະຫງົບປອດໄພ, ຄວາມໝັ້ນຄົງທາງທະເລ, ສ້າງຂໍ້ກຳນົດມີລັກສະນະກົດໝາຍກ່ຽວຂ້ອງເຖິງການເດີນທະເລ.

        ໃນໄລຍະ 3 ປີຈະມາເຖິງ ຍີ່ປຸ່ນ ຈະສະໜອງແຫຼ່ງທຶນ 500 ລ້ານ USD ໃຫ້ບັນດາປະເທດເຂດແຄມທະເລຢູ່ມະຫາສະມຸດອິນເດຍ ແລະ ປາຊີຟິກ ເພື່ອຊ່ວຍເພີ່ມທະວີການຮັບປະກັນຄວາມໝັ້ນຄົງທາງທະເລ. ຕາມແຫຼ່ງຂ່າວຈາກກະຊວງການຕ່າງປະເທດຍີ່ປຸ່ນ ແລ້ວ, ບັນດາປະເທດໄດ້ຮັບແຫຼ່ງທຶນອຸປະຖຳລວມມີຫວຽດນາມ ແລະ ຟີລິບປິນ.

ຕອບກັບ

ຂ່າວ/ບົດ​ອື່ນ