ຍີ່ປຸ່ນໄຫວ້ອາໄລຜູ້ປະສົບເຄາະຮ້າຍຈາກຄື້ນຍັກ

ຍີ່ປຸ່ນໄຫວ້ອາໄລຜູ້ປະສົບເຄາະຮ້າຍຈາກຄື້ນຍັກ - ảnh 1
ປະ​ຊາ​ຊົນ​ນັບ​ຮ້ອຍໆ​ຄົນ​ໄດ້​ວາງ​ພວງ​ມາ​ລາ, ຈຸດ​ທູບ​ທຽນ ອ​າ​ໄລ​ຫາ​ຜູ້​ປະ​ສົບ​ເຄາະ​ຮ້າຍ
(ພາບ: Bui Hung)

(vovworld) – ວັນ​ທີ 11/3, ທີ່​ສວນ​ສາ​ທາ​ລະ​ນະ Yoyogi ຢູ່​ນະ​ຄອນຫຼວງ ໂຕ​ກຽວ ໄດ​້​ດຳ​ເນີນ​ງານ​ລາ​ຕີ​ປະ​ສານ​ສຽງ Peace On Earth ເພື່ອ​​ໄຫວ້​ອາ​ໄລ​ຜູ້​ປະ​ສົບ​ເຄາະ​ຮ້າຍ​ຈາກ​ຄື້ນ​​ຍັກ ແລະ ແຜ່ນ​ດິນ​ໄຫວ ກ່ອນນີ້ 4 ປີ ຢູ່​ເຂດ ຕາ​ເວັນ​ອອກ​ສ່ຽງ​ເໜືອ ຍີ່​ປຸ່ນ. ປະ​ຊາ​ຊົນ​ນັບ​ຮ້ອຍໆ​ຄົນ​ໄດ້​ວາງ​ພວງ​ມາ​ລາ, ຈຸດ​ທູບ​ທຽນ ແລະ ພາ​ວະ​ນາ​ໃຫ້​ບັນ​ດາ​ຜູ້​ເສຍ​ຊີ​ວິດ​ໃນ​ໄພ​ພິ​ບັດ​ທຳ​ມະ​ຊາດ​ກ່ອນນີ້ 4 ປີ, ປາດ​ຖະ​ໜາ​ຢາກ​ມີ​ຊີ​ວີດ​ທີ່​ສະ​ຫງົບ​ສຸກ ແລະ ມີ​ຄວາມ​ຜາ​ສຸກ.

        ກ່າວ​ຄຳ​ເຫັນ​ທີ່​ພິ​ທີ​ໄ​ຫວ້​ອາ​ໄລ, ຫົວ​ໜ້າ​ຄະ​ນະ​ຈັດ​ຕັ້ງ​ພິ​ທີ​ໄຫວ້​ອາ​ໄລ Peace On Earth, ທ່ານ Suzuki Koichig ຮຽກ​ຮ້ອງ​ໃຫ້​ທຸກ​ຄົນ​ສ​ືບ​ຕໍ່​ສະ​ໜັບ​ສະ​ໜູນ​ ​ເຂດ​ຕາ​ເວັນ​ອອກ​ສ່ຽງ​ເໜືອ, ຜ່ານ​ບັນ​ດາ​ການ​ເຄື່ອນ​ໄຫວ​ກຸ​ສົນ ແລະ ​ຮັບເອົາ​ການ​ຊ່ວຍ​ເຫຼືອ​ຈາກ​ບັນ​ດາ​ຜູ້​ໃຈ​ບຸນ​ໃຈ​ກຸ​ສົນ​ທັງ​ຢູ່​ພາຍ​ໃນ ແລະ ຕ່າງ​ປະ​ເທດ.

        ກ່ອນ​ນີ້ 4 ປີ, ເຫດ​ແຜ່ນ​ດິນ​ໄຫວ ແລະ ຄື້ນ​​ຍັກ​ເກີດ​ຂຶ້ນ​ໃນ​ເດືອນ 3/2011, ເຮັດ​ໃຫ້​ເກືອບ 20.000 ຄົນ​ເສ​ຍ​ຊີ​ວິດ, ໃນ​ນັ້ນ​ຍັງ​ມີ​ກ່​ວາ 3.000 ຄົນ​ຫາຍ​ສາບ​ສູນ, ນັບ​ໝື່ນ​ຄົນ​ຍັງ​ດຳ​ລົງ​ຊີ​ວິດ​ໃນ​ເຮືອນ​ຊົ່ວ​ຄາວ.


ຕອບກັບ

ຂ່າວ/ບົດ​ອື່ນ