ຍີ່ປຸ່ນໜູນຊ່ວຍດ້ານການເງິນໃຫ້ອີຣານປະຕິບັດຂໍ້ຕົກລົງນິວເຄຼຍ

ຍີ່ປຸ່ນໜູນຊ່ວຍດ້ານການເງິນໃຫ້ອີຣານປະຕິບັດຂໍ້ຕົກລົງນິວເຄຼຍ - ảnh 1
ທ່ານ Fumio Kishida ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ
​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kishida
(ພາບ: AFP/TTXVN)

(vovworld) - ວັນ​ທີ 07/12 ທ່ານ Fumio Kishida ລັດຖະມົນຕີ​ການ​ຕ່າງປະ​ເທດ ຍີ່ປຸ່ນ ​ໃຫ້​ຮູ້​ວ່າ: ປະ​ເທດ​ນີ້ ​ໄດ້​ຕົກລົງ​ເຫັນ​ດີ​ໜູນ​ຊ່ວຍ ອີຣານ 2,2 ລ້ານ USD ​ໃນ​ຂົງ​ເຂດ​ຄວາມ​ປອດ​ໄພ​ນິວ​ເຄຼຍ ​ເພື່ອ​ແນ​ໃສ່​ຊ່ວຍ​ໃຫ້​ປະ​ເທດ​ຕາ​ເວັນ​ອອກ​ກາງ​ນີ້ ​ເດັດ​ດຽວປະຕິບັດ​ຂໍ້​ຕົກລົງນິວ​ເຄຼຍປະຫວັດສາດ​ກັບ​ຝ່າຍ​ຕາ​ເວັນ​ຕົກ. ກ່າວ​ຄຳ​ເຫັນ​ທີ່​ການ​ປະຊຸມ​ຂ່າວ​ຢູ່​ນະຄອນຫລວງ ​ໂຕ​ກຽວ ພາຍຫລັງ​ການ​ເຈລະຈາ​ກັບ​ຄູ່​ຕຳ​ແໜ່ງ ອີຣານ ທ່ານ Javad Zarif, ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kishida ປະກາດ​ວ່າ 2 ຝ່າຍ​ເຫັນ​ດີ​ເປັນ​ເອກະ​ພາບນຳ​ກັນ​ວ່າ ການ​ພົວພັນ 2 ຝ່າຍ​ພວມ​ມີ​ຄວາມ​ຄຶບໜ້າ​ຢ່າງ​ສະ​ໝ່ຳສະ​ເໝີ​ໃນ​ຫລາຍ​ຂົງ​ເຂດ, ​ໃນນັ້ນ​ມີ​ການ​ຮ່ວມ​ມື ​ເພື່ອ​​ເດັດ​ດຽວປະຕິບັ​ດ​ຂໍ້​ຕົກ​ລົງ ນິວ​ເຄຼຍ.

        ກ່ອນ​ນັ້ນ, ກ່າວ​ຄຳ​ເຫັນ​ເປີດ​ສາກ​ການ​ເຈລະຈາ​ກັບ​ທ່ານ​ລັດຖະມົນຕີ​ການ​ຕ່າງປະ​ເທດ Kishida, ທ່ານ Zarif ​ໄດ້​ຊົມ​ເຊີຍ “ການ​ປະກອບສ່ວນທີ່​ມີ​ລັກສະນະ​ສ້າງສັນ” ຂອງ ຍີ່ປຸ່ນ ​ເພື່ອ​ແນ​ໃສ່​ຊ່ວຍ “ຍູ້​ແຮງ​ເລື່ອ​ງປະຕິບັດ” ຂໍ້​ຕົກລົງ​ນິວ​ເຄຼອຂອງ ອີຣານ.

ຂ່າວ/ບົດ​ອື່ນ