ຍ້ອງຍໍ 35 ກິດຈະກຳ, ຜະລິດຕະພັນທີ່ພົ້ນເດັ່ນຢູ່ Festival ຫົວຄິດປະດິດສ້າງໜຸ່ມທົ່ວປະເທດຄັ້ງທີ 10

(VOVWORLD) -ຕອນຄ່ຳວັນທີ 01 ທັນວາ, ຢູ່ຮ່າໂນ້ຍ, ສູນກາງຊາວໜຸ່ມກອມມູນິດໂຮ່ຈິມິນ ໄດ້ຈັດພິທີຍ້ອງຍໍ 35 ກິດຈະກຳ, ຜະລິດຕະພັນທີ່ພົ້ນເດັ່ນໃນງານ Festival ຫົວຄິດປະດິດສ້າງໜຸ່ມທົ່ວປະເທດຄັ້ງທີ 10 ປີ 2017. ກ່າວຄຳເຫັນທີ່ພິທີ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ກ່າວວ່າ.
ຍ້ອງຍໍ 35 ກິດຈະກຳ, ຜະລິດຕະພັນທີ່ພົ້ນເດັ່ນຢູ່ Festival ຫົວຄິດປະດິດສ້າງໜຸ່ມທົ່ວປະເທດຄັ້ງທີ 10 - ảnh 1 (ພາບປະກອບ: hanoimoi.com.vn)

“ເນື່ອງໃນໂອກາດນີ້, ຂ້າພະເຈົ້າສະເໜີໃຫ້ບັນດາກະຊວງ, ຂະແໜງການ ແລະ ທ້ອງຖີ່ນຕ່າງໆ ສືບຕໍ່ເອົາໃຈໃສ່ສະໜັບສະໜູນ ແລະ ສ້າງເງື່ອນໄຂດີທີ່ສຸດ ເພື່ອໃຫ້ໄວໜຸ່ມເສີມຂະຫຍາຍຈິດໃຈປະຈັນບານ, ມີຫົວຄິດປະດິດສ້າງໃນການຮ່ຳຮຽນ, ອອກແຮງງານ, ປະຕິບັດວຽກງານ; ສົມທົບກັບຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ ຄົ້ນຄວ້າ, ສະເໜີຕໍ່ລັດຖະບານ ບັນດາກົນໄກ, ນະໂຍບາຍສ້າງສະພາບແວດລ້ອມ ແລະ ເງື່ອນໄຂສະດວກເພື່ອໃຫ້ຊາວໜຸ່ມປະຈັນບານ ເປັນເຈົ້າຂອງວິທະຍາສາດ, ເຕັກໂນໂລຊີ, ຜັນຂະຫຍາຍບັນດາລາຍການເລີ່ມທຸລະກິດຢ່າງມີຫົວຄິດປະດິດສ້າງ”.

ຕອບກັບ

ຂ່າວ/ບົດ​ອື່ນ