ຍ້ອງຍໍຄູອາຈານ,ພະນັກງານຄຸມຄອງດີເດັ່ນກ່ຽວກັບກ່ຽວກັບການສຶກສານັກຮຽນພິການ

ຍ້ອງຍໍຄູອາຈານ,ພະນັກງານຄຸມຄອງດີເດັ່ນກ່ຽວກັບກ່ຽວກັບການສຶກສານັກຮຽນພິການ - ảnh 1
ຍ້ອງຍໍຄູອາຈານ,ພະນັກງານຄຸມຄອງດີເດັ່ນ
ກ່ຽວກັບກ່ຽວກັບການສຶກສານັກຮຽນພິການ
(ພາບ: dantri)

(vovworld) - ​ໃນ​ພິ​ທີ​ຍ້ອງ​ຍໍ​ຄູ​ອາ​ຈານ, ພະ​ນັກ​ງານ​ຄຸ້ມ​ຄອງ​ດີ​ເດັ່ນ​ກ່ຽວ​ກັບ​ການ​ສຶກ​ສາ​ນັກ​ຮຽນ​ພິ​ການ, ໃນ​ຕອນ​ເຊົ້າ​ວັນ​ທີ 26/11, ຢູ່​ຮ່າ​ໂນ້ຍ, ມີ​ຄູ​ອາ​ຈ​ານ 194 ຄົນ​ໄດ້​ຮັບ​ໃບ​ຍ້ອງ​ຍໍຂອງ​ລັດ​ຖະ​ມົນ​ຕ​ີ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​​ນາງລັດ​ຖະ​ມົນ​ຕີ​ຊ​່ວຍ​ວ່າ​ການ​ກະ​ຊວງ​ສຶກ​ສາ ແລະ ບຳ​ລຸງ​ສ້າງ ຫງວຽນ​ທິ​ເຫງັ້ຍ ຢືນ​ຢັນ​ວ່າ: ມີ​​ຫຼາຍນະ​ໂຍ​ບາຍກ່ຽວ​ກັບ​ການ​ສຶກ​ສາ​ສຳ​ລັບ​ນັກ​ຮຽນ​ພິ​ການ, ນະ​ໂຍ​ບາຍສຳ​ລັບ​ຄູ​ອາ​ຈານ​ສິດ​ສອນ​ນັກ​ຮຽນ​ພິ​ການ ໄດ້​ຮັບ​ການ​ປະ​ກາດ​ໃຊ້ ແລະ ປະ​ຕິ​ບັດ, ສ້າງ​ກາ​ລະ​ໂອ​ກາດ​ເພື່ອ​ໃຫ້​ເດັກ​ພິ​ການ​ໄດ້​ໄປ​ໂຮງ​ຮຽ​ນ; ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ສຶກ​ສາ​​ເຊື່ອມ​ໂຍງ​ເດັກ​ພິ​ການ​ຢູ່ຫວຽດ​ນາມ. ​ພິທີ​ແມ່ນ​ໂອ​ກາດ​ເພື່​ອ​ໃຫ້​ບັນ​ດາ​ຄູ​ອາ​ຈານ​ດີ​ເດັ່ນ​ໃນ​ການ​ສຶກ​ສາ​ນັກ​ຮຽນ​ພິ​ການ​ຂອງ​ທົ່ວ​ປະ​ເທດ ​ພົບ​ປະ​ແລ​ກ​ປ່ຽນບົດ​ຮຽນ​ຈາກ​ພຶດ​ຕິ​ກຳ​ຕົວ​ຈິງ​ຢູ່​ທ້ອງ​ຖິ່ນ​ຕ່າງໆ ແລະ ​ລະ​ດົມ​ກຳ​ລັງ​ໃຈ​ເຊິ່ງ​ກັນ​ແລະ​ກັນ​ເພື່ອ​ຜ່ານ​ຜ່າ​ຄວາມ​ຫຍຸ້ງ​ຍາກ, ສືບ​ຕໍ່​ຝຶ​ກ​ຝົນ​ຫຼໍ່​ຫຼອມ ເພື່ອ​ປະ​ຕິ​ບັດ​ສຳ​ເລດ​ໜ້າ​ທີ່​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ