ຍ້ອງ​ຍໍ​ຊົມ​ເຊີຍ 20 ຂໍ້​ລິ​ເລີ່ມ​ເພື່ອ​ວົງ​ຄະ​ນະ​ຍາດ

(VOVWORLD) - ມີ 20 ຂໍ້ລິເລີ່ມ, ໂຄງການປະດິດຄິດສ້າງ ທີ່ປະກອບສ່ວນແກ້ໄຂບັນດາບັນຫາຂອງວົງຄະນະຍາດ ແລະ ສັງຄົມ ໄດ້ຮັບການຍ້ອງຍໍຊົມເຊີຍ ທີ່ພິທີສະຫຼຸບ ໂຄງການ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 3 ປີ 2020 ແລະ ປຸກລະດົມການແຂ່ງຂັນ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 2 ຖືກດຳເນີນໃນຕອນຄ່ຳວັນທີ 26 ທັນວາ ຢູ່ ຮ່າໂນ້ຍ. 
ຍ້ອງ​ຍໍ​ຊົມ​ເຊີຍ 20 ຂໍ້​ລິ​ເລີ່ມ​ເພື່ອ​ວົງ​ຄະ​ນະ​ຍາດ - ảnh 1ສອງຄົນທີ່ຍາດໄດ້ລາງວັນທີ 1 (ພາບ: TTXVN)

ນີ້ແມ່ນໂຄງການຖືກຈັດຂຶ້ນ 2 ປີເທື່ອໜຶ່ງ ເພື່ອແນໃສ່ຊອກຫາບັນດາຂໍ້ລິເລີ່ມ, ແນວຄວາມຄິດ, ໂຄງການປະດິດຄິດສ້າງ, ປະກອບສ່ວນແກ້ໄຂບັນດາບັນຫາຂອງວົງຄະນະຍາດ ແລະ ສັງຄົມ. ຜ່ານການຄັດເລືອກມາ 2 ຮອບ ແລະ ຮອບຊີງຊະນະເລີດ, ຄະນະຈັດຕັ້ງຄັດເລືອກໄດ້ 20 ໂຄງການເພື່ອມອບລາງວັນ, ລວມມີ ລາງວັນທີ 1 ມີ 2 ລາງວັນ, ລາງວັນທີ 2 ມີ 3 ລາງວັນ, ລາງວັນທີ 3 ມີ 5 ລາງວັນ ແລະ ລາງວັນຊົມເຊີຍ 10 ລາງວັນ.

        ການແຂ່ງຂັນ “ຂໍ້ລິເລີ່ມເພື່ອວົງຄະນະຍາດ” ຄັ້ງທີ 4, ໄລຍະ 2021 – 2022 ຈະຮັບເອກະສານເຂົ້າຮ່ວມການແຂ່ງຂັນ ແລະ ດຳເນີນການກວດກາຢັ້ງຢືນ, ພິຈາລະນາ, ຄັດເລືອກບັນດາຂໍ້ລິເລີ່ມທີ່ດີເດັ່ນທີ່ສຸດ, ມີຄວາມໝາຍ ແລະ ປະສິດທິຜົນທີ່ສຸດເພື່ອຍ້ອງຍໍຊົມເຊີຍ ແລະ ມອບລາງວັນໃນໄຕມາດທີ 1/2022./.

ຕອບກັບ

ຂ່າວ/ບົດ​ອື່ນ