ຍ້ອງຍໍຊົມເຊີຍ 45 ພະນັກງານ, ພາລະກອນ, ລັດຖະກອນໜຸ່ມເກັ່ງທົ່ວປະເທດຄັ້ງທີ 4 ປີ 2017

(VOVWORLD) -  ຕອນເຊົ້າວັນທີ 1 ຕຸລາ, ທີ່ສຳນັກງານລັດຖະບານ, ທ່ານຮອງນາຍົກລັດຖະມົນຕີ ຜູ້ປະຈຳການລັດຖະບານ ເຈືອງຮ່ວາບີ່ງ ໄດ້ພົບປະສັງສັນກັບບັນດາແບບຢ່າງດີເດັ່ນທີ່ຍາດໄດ້ລາງວັນ “ພະນັກງານ, ພາລະກອນ, ລັດຖະກອນໜຸ່ມເກັ່ງ” ຄັ້ງທີ 4 ປີ 2017 ໂດຍສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ ແລະ ສະຫະພັນໃຫຍ່ແຮງງານ ຫວຽດນາມ ສົມທົບກັນຈັດຕັ້ງ. 
ຍ້ອງຍໍຊົມເຊີຍ 45 ພະນັກງານ, ພາລະກອນ, ລັດຖະກອນໜຸ່ມເກັ່ງທົ່ວປະເທດຄັ້ງທີ 4 ປີ 2017 - ảnh 1 45 ແບບຢ່າງດີເດັ່ນໄດ້ຍ້ອງຍໍໃນຕອນຄ່ຳວັນທີ 30 ກັນຍາ

ນະທີ່ນີ້, ທ່ານຮອງນາຍົກລັດຖະມົນຕີ ເຈືອງຮ່ວາບີ່ງ ສະເໜີວ່າ ພະນັກງານ, ພາລະກອນ, ລັດຖະກອນແຕ່ລະຄົນຕ້ອງສ້າງຄາດໝາຍການຝຶກຝົນຫຼໍ່ຫຼອມ, ຍົກສູງກຳລັງຄວາມສາມາດ, ລະດັບຄວາມຮູ້ໃຫ້ແກ່ຕົນເອງ, ທັນກັບລະດັບພັດທະນາຂອງສັງຄົມ.

        ກ່ອນໜ້ານັ້ນ, ໃນຕອນຄ່ຳວັນທີ 30 ກັນຍາ, ຢູ່ຮ່າໂນ້ຍ, ສູນກາງຄະນະຊາວໜຸ່ມພັກກອມມູນິດ ໂຮ່ຈີມິນ ສົມທົບກັບ ສະຫະພັນໃຫຍ່ແຮງງານ ຫວຽດນາມ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍ ພະນັກງານ, ພາລະກອນ, ລັດຖະກອນໜຸ່ມເກັ່ງ ຄັ້ງທີ 4 ປີ 2017. ກ່າວຄຳເຫັນທີ່ພິທີ, ທ່ານຮອງປະທານສະພາແຫ່ງຊາດ ອວງຈູລືວ ເນັ້ນໜັກວ່າ ນີ້ແມ່ນການເຄື່ອນໄຫວແທດຈິງເພື່ອແນໃສ່ພົບເຫັນ, ຍ້ອງຍໍຊົມເຊີຍບັນດາແບບຢ່າງດີເດັ່ນໃນຂະບວນການປະຈັນບານ, ປະດິດຄິດສ້າງຂອງພະນັກງານ, ພາລະກອນ, ລັດຖະກອນໜຸ່ມ; ລະດົມບຸກຄົນດີເດັ່ນຢ່າງທັນການ, ສ້າງກຳລັງແຮງປຸກລຸກນ້ຳໃຈສູ້ຊົນຂອງໄວໜຸ່ມທົ່ວປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ