ຍ້ອງ​ຍໍ​ຊົມ​ເຊີຍ 50 ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ

(VOVWORLD) -50 ໝູ່ເຄະນະ ແລະ ສ່ວນບຸກຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາແບບຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມື, ຄົ້ນຄວ້າ, ສິດສອນ, ບຳລຸງກໍ່ສ້າງ ແລະ ເຂົ້າຮ່ວມວຽກງານກຸສົນສັງຄົມ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ທີ່ນະຄອນ ໂຮ່ຈີມິນ  ແຕ່ປີ 2018 – 2020.
ຍ້ອງ​ຍໍ​ຊົມ​ເຊີຍ 50 ​ໝູ່​ຄະ​ນະ, ສ່ວນ​ບຸກ​ຄົນ​ທີ່​ມີ​ຜົນ​ງານ​ດີ​ເດັ່ນ​ໃນ​ວຽກ​ງານ​ກ່ຽວ​ກັບ​ຊາວ ຫວຽດ​ນາມ ອາ​ໄສ ຢູ່​ຕ່າງ​ປະ​ເທດ - ảnh 1ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ

  ຕອນບ່າຍວັນທີ 21 ເມສາ, ຢູ່ນະຄອນ ໂຮ່ຈີມິນ, ຄະນະກຳມະການກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄດ້ຈັດຕັ້ງພິທີຍ້ອງຍໍຊົມເຊີຍໝູ່ຄະນະ, ສ່ວນບຸກຄົນ ທີ່ມີຜົນງານດີເດັ່ນໃນວຽກງານຊາວ ຫວຽດນາມ ອາໄສ ຢູ່ ຕ່າງປະເທດ ນະຄອນ ໂຮ່ຈີມິນ ໄລຍະ 2018 – 2020. 50 ໝູ່ເຄະນະ ແລະ ສ່ວນບຸກຄົນ ໄດ້ຮັບການຍ້ອງຍໍຊົມເຊີຍໃນຄັ້ງນີ້ ແມ່ນບັນດາແບບຢ່າງດີເດັ່ນ, ມີການປະກອບສ່ວນຢ່າງຕັ້ງໜ້າເຂົ້າໃນຂົງເຂດການຮ່ວມມື, ຄົ້ນຄວ້າ, ສິດສອນ, ບຳລຸງກໍ່ສ້າງ ແລະ ເຂົ້າຮ່ວມວຽກງານກຸສົນສັງຄົມ, ວຽກງານຂົນຂວາຍຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ທີ່ນະຄອນ ໂຮ່ຈີມິນ  ແຕ່ປີ 2018 – 2020.

        ກ່າວຄຳເຫັນທີ່ພິທີ, ທ່ານເອກອັກຄະລັດຖະທູດ ເລືອງແທັງງິ, ຮອງປະທານ ຄະນະກຳມະການແຫ່ງລັດ ກ່ຽວກັບຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ, ກະຊວງການຕ່າງປະເທດ, ໃຫ້ຮູ້ວ່າ: ພັກ, ລັດ ຫວຽດນາມ ຍາມໃດກໍຖືເປັນສຳຄັນ, ຮັບຮູ້ ແລະ ຕີລາຄາສູງບັນດາການປະກອບສ່ວນທີ່ຕັ້ງໜ້າຂອງປະຊາຄົມ ຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ. ປີ 2020, ຈຳນວນຊາວ ຫວຽດນາມ ອາໄສ ຢູ່ຕ່າງປະເທດ ກັບຄືນເມືອປະເທດ ແມ່ນຫຼາຍທີ່ສຸດ, ອັນໄດ້ປະກອບສ່ວນເຂົ້າໃນການພັດທະນາຂອງບ້ານເກີດເມືອງນອນ. ປັດຈຸບັນ, 60 – 70% ຈໍານວນເງິນທຶນຂອງຊາວຕ່າງປະເທດສົ່ງມາ ໄດ້ລົງທຶນເຂົ້າໃນການຜະລິດດຳເນີນທຸລະກິດ ຢູ່ ຫວຽດນາມ. ບັນດານັກຊ່ຽວຊານ, ປັນຍາຊົນ ກໍຕັ້ງໜ້າເຂົ້າຮ່ວມ, ປະກອບສ່ວນ, ຊ່ວຍໃຫ້ນະຄອນ ໂຮ່ຈີມິນ ໃນການຜັນຂະຫຍາຍບັນດາລາຍການກະໂດດຂັ້ນໂດຍ ກອງປະຊຸມໃຫຍ່ອົງຄະນະພັກນະຄອນ, ອາຍຸການທີ 9 ແລະ ທີ 10, ໄລຍະ 2010  - 2020 ໄດ້ວາງອອກ./.

ຕອບກັບ

ຂ່າວ/ບົດ​ອື່ນ