ຍ້ອງ​ຍໍ​ຊົ​ມ​ເຊຍ 70 ໝູ່​ຄະ​ນະ, ​ສ່ວນບຸກ​ຄົນ​​ທ​ີ​່​ໄດ້ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ກອງທຶນ “ເພື່ອ​ຜູ້​ທຸກ​ຍາກ” ແລະ ຊ່ວຍ​​ໜູນສັງ​ຄ​ົມ

(VOVWORLD) -ວັນທີ 1 ຕຸລາ, ຢູ່ ຮ່າໂນ້ຍ, ຄະນະຊີ້ນຳສູນກາງບັນດາລາຍການເປົ້າໝາຍແຫ່ງຊາດໄດ້ ສົມທົບກັບ ຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມຈັດຕັ້ງການພົບປະແລະຍ້ອງຍໍຊົມເຊຍ ບັນດາວິສາຫະກິດ, ນັກທຸລະກິດ, ໝູ່ຄະນະ, ສ່ວນບຸກຄົນທີ່ຕັ້ງໜ້າ ຂົນຂວາຍ, ສະໜັບສະໜູນ ກອງທຶນ “ເພື່ອຜູ້ທຸກຍາກ” ແລະ ຊ່ວຍໜູນສັງຄົມ ໃນໄລຍະ 3 ປີ 2017 – 2019. 
ຍ້ອງ​ຍໍ​ຊົ​ມ​ເຊຍ 70 ໝູ່​ຄະ​ນະ, ​ສ່ວນບຸກ​ຄົນ​​ທ​ີ​່​ໄດ້ຕັ້ງ​ໜ້າ​ສະ​ໜັບ​ສະ​ໜູນ​ກອງທຶນ “ເພື່ອ​ຜູ້​ທຸກ​ຍາກ” ແລະ ຊ່ວຍ​​ໜູນສັງ​ຄ​ົມ - ảnh 1 ທ່ານຮອງນາຍົກລັດຖະມົນຕີ ເວືອງດິ່ງເຫ້ວ ແລະ ທ່ານປະທານຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ ເຈິ່ນແທັງເມິນ ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ໃຫ້ແກ່ບັນດາ ໝູ່ຄະນະ, ສ່ວນບຸກຄົນດີເດັ່ນ (ພາບ: TTXVN)

ມີ 12 ໝູ່ຄະນະ, ສ່ວນບຸກຄົນທີ່ມີຜົນງານຫຼາຍຢ່າງໄດ້ຮັບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ, ພ້ອມກັນນັ້ນ, 29 ໝູ່ຄະນະ, 29 ສ່ວນບຸກຄົນກໍ່ໄດ້ຮັບໃບຍ້ອງຍໍຂອງຄະນະກຳມະການສູນກາງແນວໂຮມປະເທດຊາດ ຫວຽດນາມ. ກ່າວຄຳເຫັນທີ່ການພົບປະ, ທ່ານຮອງນາຍົກລັດຖະມົນຕີ ເວືອງດິງເຫ້ວ ຢັ້ງຢືນວ່າ ພັກ, ລັດຍາມໃດກໍ່ເອົາໃຈໃສ່, ດູແລ ເຖິງການຊ່ວຍໜູນສັງຄົມ, ຍົກສູງສະຫວັດດີການສັງຄົມໃຫ້ແກ່ບັນດາເປົ້າໝາຍນະໂຍບາຍ, ບັນດາຜູ້ມີຄຸນງາມຄວາມດີຕໍ່ປະເທດຊາດ ແລະ ຜູ້ທຸກຍາກຕາມເປົ້າໝາຍ “ປະຊາຊົນຮັ່ງມີ, ປະເທດເຂັ້ມແຂງ, ສັງຄົມມີປະຊາທິປະໄຕ, ຍຸດຕິທຳ, ສີວິໄລ”. ທ່ານ ຮອງນາຍົກລັດຖະມົນຕີ ມີຄວາມປາດຖະໜາວ່າ ປະຊາຄົມ ວິສາຫະກິດ, ບັນດາໝູ່ຄະນະ ແລະ ສ່ວນບຸກຄົນຈະສືບຕໍ່ສະໜັບສະໜູນຊ່ວຍເຫຼືອຜູ້ທຸກຍາກໃນທົ່ວປະເທດ, ພ້ອມທັງສະເໜີໃຫ້ ແນວໂຮມປະເທດຊາດ ຫວຽດນາມຜັນຂະຫຍາຍບັນດາຮູບແບບການເຊີດຊູ, ຮັບຮູ້ຄຸນງາມຄວາມດີຂອງ ໝູ່ຄະນະ, ສ່ວນບຸກຄົນ, ວິສາຫະກິດທີ່ ໄດ້ ຕັ້ງໜ້າ ຂົນຂວາຍ, ສະໜັບສະໜູນ ກອງທຶນ “ເພື່ອຜູ້ທຸກຍາກ” ແລະ ຊ່ວຍໜູນສັງຄົມໃຫ້ຫຼາຍກ່ວາເກົ່າ.

ຕອບກັບ

ຂ່າວ/ບົດ​ອື່ນ