ຍ້ອງຍໍຊົມເຊີຍ ບັນດາຜູ້ມີໃຈບຸນ ໃຈກູ້ສົນເພື່ອສະຖານທີ່ມະນຸດສະທຳປີ 2012

ຍ້ອງຍໍຊົມເຊີຍ ບັນດາຜູ້ມີໃຈບຸນ ໃຈກູ້ສົນເພື່ອສະຖານທີ່ມະນຸດສະທຳປີ 2012 - ảnh 1
ການບໍລິຈາກເລືອດດ້ວຍຄວາມສະໝັກໃຈ
(ພາບປະກອບ
)

(vovworld) – ໂດຍສະເຫຼີມສະຫຼອງ 150 ປີແຫ່ງວັນສ້າງຕັ້ງຄະນະກຳມະການກາແດງ, ກະຊິກ ວົງເດືອນແດງສາກົນ, ຕອນ​ເຊົ້າ​ວັນ​ທີ 08/05, ສະພາການແດງນະຄອນ ດ່າໜັງ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍບັນດາຜູ້ໃຈບຸນໃຈກູ້ສົນເພື່ອສະຖານທີ່ມະນຸດສະທຳປີ 2012, ຍ້ອງຍໍສັນລະສີນ 42 ໝູ່ຄະນະ, ສ່ວນບຸກຄົນທີ່ດີເດັ່ນໃນບັ້ນຂົນຂວາຍ “ແຕ່ລະອົງການ, ແຕ່ລະບຸກຄົນຕິດພັນກັບສະຖານທີ່ມະນຸດ ສະທຳແຫ່ງໜຶ່ງ”. ປີ 2012, ສະພາກາແດງຂັ້ນຕ່າງໆ ຢູ່ນະຄອນ ດາໜັງ ໄດ້ຂົນຂວາຍກ່ວາ 1000 ອົງການ, ສ່ວນບຸກຄົນທັງພາຍໃນ ແລະ ຕ່າງປະເທດປະກອບ​ເງິນ 7,6 ຕື້ດົ່ງ, ຊ່ວຍ​ເຫຼືອມະນຸດສະທຳ​ໃຫ້​ເກືອ​ບ 4.000 ແຫ່ງ. ທ່ານ ຫງວຽນທ້ວນ, ຮອງປະທານສະພາກາແດງນະຄອນ ດ່າໜັງ ໃຫ້ຮູ້ວ່າ:

ອາດເວົ້າໄດ້ວ່າ: ນີ້ແມ່ນບັ້ນຂົນຂວາຍບັນລຸໝາກຜົນຫຼາຍທີ່ສຸດ. ບັນດາວິສາຫະກິດ ເຂົ້າຮ່ວມບັ້ນຂົນຂວາຍລ້ວນແຕ່ມີສະຖານທີ່ມະນຸດສະທຳໂດຍສະພາກະແດງສະ​ເໜີ ແລະ ​ເຂົ້າ​ເຈົ້າໄດ້​ໃຫ້ການຊ່ວຍ​ເຫຼືອໂດຍກົງ. ຜ່ານການຂົນຂວາຍນີ້, ມີຫຼາຍເປົ້າໝາຍນະໂຍບາຍ, ຫຼາຍເປົ້າໝາຍສັງຄົມໄດ້ຮັບການ​ຊ່ວຍ​ເຫຼືອ. ສ່ວນບັນດາເປົ້າໝາຍບໍ່ທັນໄດ້ຮັບການຊ່ວຍເຫຼືອພວກ​ຂ້າພະ​ເຈົ້າ​ຈະ​ສືບ​ຕໍ່​ສະ​ເໜີບັນດາ ວິສາຫະກິດ, ສ່ວນບຸກຄົນ, ອົງການພາຍໃນ ແລະ ຕ່າງປະເທດ ເພື່ອ​ໄດ້​ຮັບ​ການ​ຊ່ວຍ​ເຫຼືອ​ຈາກເຂົາເຈົ້າ”.

  ແລະກໍ່ໃນວັນດຽວກັນ, ສະພາກາແດງນະຄອນ ເກີນເທີ ໄດ້ຈັດຕັ້ງພິທີສະເຫຼີມສະຫຼອງ 150 ປີແຫ່ງວັນສ້າງຕັ້ງຄະນະກຳມະການກາແດງ, ກະຊິກວົງເດືອນແດງສາກົນ ແລະ ພົບປະສັງສັນ ບັນດາຜູ້ອາສາສະໝັກທີ່ດີເດັ່ນ. ນະທີ່ນີ້, ການນຳສະພາກາແດງນະຄອນເກີນເທີ ໄດ້ຮັບຮູ້ການປະກອບສ່ວນອັນໃຫຍ່ຫຼວງຂອງກຸ່ມ ​ແລະ ຮູບແບບການເຄື່ອນໄຫວມະນຸດສະທຳທີ່ພົ້ນເດັ່ນໃນບໍລິເວນ ແຂວງ.
ຂ່າວ/ບົດ​ອື່ນ