ຍ້ອງຍໍຊົມເຊີຍກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແຜ່ນດິນໄຫວຢູ່ຕວກກີ

(VOVWORLD) - ນໄລຍະເວລາແຕ່ວັນທີ 13 – 22 ກຸມພາ, ຄະນະນາຍ ແລະ ພົນທະຫານ ລວມ 76 ຄົນຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຢູ່ບັນດາສະຖານທີ່ເກີດເຫດແຜ່ນດິນໄຫວຢູ່ແຂວງ Hatay...
ຍ້ອງຍໍຊົມເຊີຍກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແຜ່ນດິນໄຫວຢູ່ຕວກກີ - ảnh 1ພິທີຍ້ອງຍໍຊົມເຊີຍຈັດຂຶ້ນໃນວັນທີ 24 ກຸມພາ
(ພາບ: VOV)

ພິທີຍ້ອງຍໍຊົມເຊີຍກຳລັງກອງທັບປະຊາຊົນ ຫວຽດນາມ ເຂົ້າຮ່ວມການໜູນຊ່ວຍມະນຸດສະທຳ ແລະ ກູ້ໄພກູ້ຊີບໄພພິບັດແຜ່ນດິນໄຫວ ຢູ່ຕວກກີ ຫາກໍ່ປະຕິບັດສຳເລັດໜ້າທີ່ກັບຄືນເມື່ອປະເທດດ້ວຍຄວາມປອດໄພໃນວັນທີ 24 ກຸມພາ, ຢູ່ຮ່າໂນ້ຍ.

        ໃນໄລຍະເວລາແຕ່ວັນທີ 13 – 22 ກຸມພາ, ຄະນະນາຍ ແລະ ພົນທະຫານ ລວມ 76 ຄົນຂອງກອງທັບປະຊາຊົນ ຫວຽດນາມ ໄດ້ຜັນຂະຫຍາຍການຊອກຫາຢູ່ບັນດາສະຖານທີ່ເກີດເຫດແຜ່ນດິນໄຫວຢູ່ແຂວງ Hatay, ໜຶ່ງໃນບັນດາທ້ອງຖິ່ນຖືກຜົນສະທ້ອນໜັກໜ່ວງທີ່ສຸດຍ້ອນເຫດແຜ່ນດິນໄຫວຢູ່ຕວກກີ. ຄະນະໄດ້ສົມທົບກັບບັນດາອົງການກ່ຽວຂ້ອງທ້ອງຖິ່ນ ແລະ ກຳລັງກູ້ໄພກູ້ຊີບຂອງປະເທດຕ່າງໆຜັນຂະຫຍາຍວຽກງານຊອກຫາກູ້ໄພກູ້ຊີບບັນດາຜູ້ປະສົບເຄາະຮ້າຍ. ທີ່ພິທີ, ທ່ານ Haldun Tekneci, ເອກອັກຄະລັດຖະທູດວິສາມັນຜູ້ມີອຳນາດເຕັມແຫ່ງ ສ ຕວກກີ ປະຈຳ ຫວຽດນາມ ໃຫ້ຮູ້ວ່າ: ຫວຽດນາມ ແມ່ນໜຶ່ງໃນບັນດາປະເທດທຳອິດທີ່ສົ່ງກຳລັງກູ້ໄພກູ້ຊີບຂອງກະຊວງຕຳຫຼວດ, ກະຊວງປ້ອງກັນປະເທດ ໄປຍັງ ຕວກກີ. ທ່ານເອກອັກຄະລັດຖະທູດ ຂໍສະແດງຄວາມຂອບໃຈຢ່າງຈິງໃຈມາຍັງ ກະຊວງປ້ອງກັນປະເທດ ແລະ ກະຊວງຕຳຫຼວດ ຫວຽດນາມ ເວົ້າລວມ ແລະ ໜ່ວຍກູ້ໄພກູ້ຊີບເວົ້າສະເພາະ ທີ່ໄດ້ປະກອບສ່ວນຢ່າງໃຫຍ່ຫຼວງເຂົ້າໃຈຄວາມມານະພະຍາຍາມຂອງຕວກກີ; ພ້ອມທັງຂອບອົກຂອບໃຈລັດຖະບານ ຫວຽດນາມ ທີ່ໄດ້ສາມັກຄີ ພ້ອມກັບຕວກກີ ໃນໄລຍະເວລາທີ່ຫຍຸ້ງຍາກຜ່ານມາ.

ຕອບກັບ

ຂ່າວ/ບົດ​ອື່ນ