ຍ້ອງຍ​ໍ​ຊົມ​ເຊີຍ​ຊາວ​ກະ​ສິ​ກອນ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັ​ນ​ເຄື່ອນ, ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄາດ​ຫວັງ​ສ້າງ​ຄວາມ​ຮັ່ງ​ມີ

(VOVWORLD) -ຢູ່ກອງປະຊຸມ, ທ່ານ ເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຕາງໜ້າການນຳພັກ, ລັດ ໄດ້ມອບຫຼຽນໄຂແຮງງານຊັ້ນ 3 ຂອງປະທານປະເທດ ໃຫ້ແກ່ຊາວກະສິກອນດີເດັ່ນ 10 ຄົນ, ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ໃຫ້ຊາວກະສິກອນດີເດັ່ນ 27 ຄົນ ທີ່ມີຜົນງານຫຼາຍຢ່າງໃນການຜະລິດດຳເນີນທຸລະກິດ.
ຍ້ອງຍ​ໍ​ຊົມ​ເຊີຍ​ຊາວ​ກະ​ສິ​ກອນ​ທີ່​ມີ​ຄວາມ​ຂະ​ຫຍັນ​ຂັ​ນ​ເຄື່ອນ, ຫົວ​ຄິດ​ປະ​ດິດ​ສ້າງ, ມີ​ຄາດ​ຫວັງ​ສ້າງ​ຄວາມ​ຮັ່ງ​ມີ - ảnh 1ທ່າຍ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູງກາງ  ກ່າວຄຳເຫັນທີ່ກອງປະຊຸມ (ພາບ: TTXVN)

ຕອນເຊົ້າວັນທີ 13 ກັນຍາ ຢູ່ຮ່າໂນ້ຍ, ສູນກາງສະມາຄົມຊາວກະສິກອນ ຫວຽດນາມ ໄດ້ຈັດຕັ້ງກອງປະຊຸມຍ້ອງຍໍຊົມເຊີຍຊາວກະສິກອນຜະລິດດຳເນີນທຸລະກິດເກັ່ງໃນທົ່ວປະເທດຄັ້ງທີ 6, ໄລຍະ 2017 – 2022, ໂດຍມີການເຂົ້າຮ່ວມຂອງຜູ້ແທນ 300 ຄົນແມ່ນຊາວກະສິກອນດີເດັ່ນ ໃນທົ່ວປະເທດ ເຊິ່ງຕາງໜ້າໃຫ້ຄອບຄົວຊາວກະສິກອນ ກ່ວາ 3,6 ລ້ານຄອບຄົວທີ່ຜະລິດ, ດຳເນີນທຸລະກິດເກັ່ງທຸກຂັ້ນໃນທົ່ວປະປະເທດ. ກ່າວຄຳເຫັນທີ່ກອງປະຊຸມ, ທ່າຍ ເຈິ່ນຕວັນແອັງ ຫົວໜ້າຄະນະເສດຖະກິດສູງກາງ ໃຫ້ຮູ້ວ່າ:

ສະມາຄົມຊາວກະສິກອນ ຫວຽດນາມຕ້ອງມີວິທີການເອົາໃຈໃສ່ເຖິງການບຳລຸງສ້າງ, ຍົກສູງລະດັບ, ຄວາມຮູ້ ແລະ ຄວາມສາມາດບົ່ມຊ້ອນໃນການຈັດຕັ້ງຜະລິດໃຫ້ແກ່ຊາວກະສິກອນ. ສົ່ງເສີມ, ໜູນຊ່ວຍຊາວກະສິກອນ, ຫັນເປັນດີຈີຕອນຮູບແບບກະສິກຳຊີວະພາບ, ກະສິກຳຂຽວອົງຄະທາດໝູນວຽນ ແລະ ອັດສະລິຍະ, ເຊື່ອມຕໍ່ການພັດທະນາເສດຖະກິດກະສິກອນຕິດພັນກັບຄວາມຮຽກຮ້ອງຕ້ອງການຂອງຕະຫຼາດ. ປ່ຽນແປງໃໝ່ທັງເນື້ອໃນ ແລະ ວິທີການ ຢ່າງແຮງ, ຮອບດ້ານ ແລະ ຄົບຊຸດ  ກໍ່ຄືຍົກສູງຄຸນນະພາບ, ປະສິດທິຜົນໃນການເຄື່ອນໄຫວຂອງສະມາຄົມ, ເພີ່ມທະວີການປັບປຸງ ແລະ ພັດທະນາໜ່ວຍສະມາຄົມວິຊາຊີບຕິດພັນກັບການຍົກສູງຄຸນນະພາບຂອງສະມາຊິກສະມາຄົມ, ການເອົາໃຈໃສ່ສິດຜົນປະໂຫຍດອັນຊອບທຳ, ຖືກຕ້ອງຕາມກົດໝາຍຂອງສະມາຊິກສະມາຄົມ.

ຢູ່ກອງປະຊຸມ, ທ່ານ ເຈິ່ນຕວັນແອັງ, ຫົວໜ້າຄະນະເສດຖະກິດສູນກາງ ໄດ້ຕາງໜ້າການນຳພັກ, ລັດ ໄດ້ມອບຫຼຽນໄຂແຮງງານຊັ້ນ 3 ຂອງປະທານປະເທດ ໃຫ້ແກ່ຊາວກະສິກອນດີເດັ່ນ 10 ຄົນ, ມອບໃບຍ້ອງຍໍຂອງທ່ານນາຍົກລັດຖະມົນຕີ ໃຫ້ຊາວກະສິກອນດີເດັ່ນ 27 ຄົນ ທີ່ມີຜົນງານຫຼາຍຢ່າງໃນການຜະລິດດຳເນີນທຸລະກິດ.

ຕອບກັບ

ຂ່າວ/ບົດ​ອື່ນ