ຍ້ອງ​ຍໍຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ດີ​ເດັ່ນຫວຽດ​ນາມ 10 ຄົນ

(VOVWORLD) -ບັນດາທ່ານໝໍທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນປີນີ້ແມ່ນທ່ານໝໍໜຸ່ມ 10 ຄົນ ທີ່ມີອາຍຸບໍ່ເກີນ 40 ປີ, ມີຄວາມສຸດຈິດສຸດໃຈຕໍ່ອາຊີບ ແລະ ຄົນເຈັບ, ມີຄວາມເກັ່ງກ້າສາມາດ, ຄຸນສົມບັດ ແລະ ມີຜົນງານໃນການເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ - 19, ປິ່ນປົວ, ເບິ່ງແຍງດູແລໃຫ້ຄົນເຈັບ. 
ຍ້ອງ​ຍໍຊົມ​ເຊີຍ​ທ່ານ​ໝໍ​ໜຸ່ມ​ດີ​ເດັ່ນຫວຽດ​ນາມ 10 ຄົນ - ảnh 1ທ່ານໝໍ ເລຊວັນຕຸງ ໜຶ່ງໃນ 10 ທ່ານໜໍໜຸ່ມດີເດັ່ນຫວຽດນາມ ປີ 2021 (ພາບ: VGP)

ຕອນຄ່ຳວັນທີ 21 ມີນາ, ຢູ່ຮ່າໂນ້ຍ, ຄະນະບໍລິຫານງານສູນກາງຄະນະຊາວໜຸ່ມກອມມູນິດໂຮ່ຈິມິນ, ສູນກາງສະຫະພັນຊາວໜຸ່ມ ຫວຽດນາມ, ສູນກາງສະມາຄົມທ່ານໝໍໜຸ່ມ ຫວຽດນາມ ໄດ້ສົມທົບກັບກະຊວງສາທາລະນະສຸກຈັດພິທີຍ້ອງຍໍຊົມເຊີຍທ່ານໝໍໜຸ່ມດີເດັ່ນຫວຽດນາມ 10 ຄົນດ້ວຍຫົວຂໍ້ “ທ່ານໝໍໜຸ່ມຢູ່ໃນແນວຮົບຕໍ່ສູ້ຕ້ານພະຍາດໂຄວິດ-19”.

ບັນດາທ່ານໝໍທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນປີນີ້ແມ່ນທ່ານໝໍໜຸ່ມ 10 ຄົນ ທີ່ມີອາຍຸບໍ່ເກີນ 40 ປີ, ມີຄວາມສຸດຈິດສຸດໃຈຕໍ່ອາຊີບ ແລະ ຄົນເຈັບ, ມີຄວາມເກັ່ງກ້າສາມາດ, ຄຸນສົມບັດ ແລະ ມີຜົນງານໃນການເຄື່ອນໄຫວປ້ອງກັນ, ຕ້ານພະຍາດໂຄວິດ - 19, ປິ່ນປົວ, ເບິ່ງແຍງດູແລໃຫ້ຄົນເຈັບ. ພິເສດແມ່ນ ໃນການເຄື່ອນໄຫວອາສາສະໝັກເພື່ອສຸຂະພາບຊຸມຊົນ ຄື: ການເຄື່ອນໄຫວທຳການກຸສົນ, ກວດພະຍາດ ແລະ ປິ່ນປົວໃຫ້ຄົນທຸກຍາກ. ນີ້ແມ່ນບັນດາແພດໝໍ ໜຸ່ມທີ່ເປັນແບບຢ່າງປະຈັນບານ, ກ້າຄິດກ້າທຳ, ບໍ່ຫວາດຫວັ່ນຕໍ່ຄວາມລຳບາກ ແລະ ການເສຍສະຫຼະເພື່ອເຂົ້າຮ່ວມ ແລະ ໜູນຊ່ວຍບັນດາໂຮງໝໍ ແລະ ສະຖານທີ່ປິ່ນປົວຢູ່ເຂດຫ່າງໄກສອກຫຼີກ, ປະສົບກັບຄວາມຫຍຸ້ງຍາກ, ໃນບັນດາຂົງເຂດວຽກງານສະເພາະທີ່ກ່ຽວຂ້ອງເຖິງການປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ໄລຍະ 2020-2021.

ກ່ອນພິທີຍ້ອງຍໍຊົມເຊີຍ, ບັນດາທ່ານໝໍໜຸ່ມດີເດັ່ນໄດ້ມີການພົບປະເພື່ອລາຍງານຕໍ່ບັນດາການນຳຂອງພັກ, ລັດ.

ຕອບກັບ

ຂ່າວ/ບົດ​ອື່ນ