ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ 143 ຄົນ

(VOVWORLD) - ນັກຮຽນ, ນັກສຶກສາ, ຊາວໜຸ່ມ ຊົນເຜົ່າສ່ວນໜ້ອຍດີເດັ່ນ 143 ຄົນຂຶ້ນກັບ 51 ຊົນເຜົ່າ, ມາຈາກ 50 ແຂວງ, ນະຄອນ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.
ຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມຊົນເຜົ່າສ່ວນໜ້ອຍດີເດັ່ນ 143 ຄົນ - ảnh 1ພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມ ຊົນເຜົ່າສ່ວນໜ້ອຍດີເດັ່ນ
(ພາບ: TTXVN)

        ຕອນຄ່ຳວັນທີ 26 ທັນວາ, ຢູ່ ຮ່າໂນ້ຍ, ຄະນະກຳມະການຊົນເຜົ່າ ໄດ້ສົມທົບກັບກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດພິທີຍ້ອງຍໍຊົມເຊີຍນັກຮຽນ, ນັກສຶກສາ, ຊາວໜຸ່ມ ຊົນເຜົ່າສ່ວນໜ້ອຍດີເດັ່ນ 143 ຄົນຄັ້ງທີ 10.

        ນັກຮຽນ, ນັກສຶກສາ, ຊາວໜຸ່ມ ຊົນເຜົ່າສ່ວນໜ້ອຍດີເດັ່ນ 143 ຄົນຂຶ້ນກັບ 51 ຊົນເຜົ່າ, ມາຈາກ 50 ແຂວງ, ນະຄອນ, ເຂດຊົນເຜົ່າສ່ວນໜ້ອຍ ແລະ ເຂດພູດອຍ.

        ໜຶ່ງໃນບັນດານັກຮຽນດີເດັ່ນແມ່ນ ວີເຢືອງຟອງ, ຊາວເຜົ່າ ຜູ້ໄທ, ມາຈາກໂຮງຮຽນມັດທະຍົມກິນນອນຊົມເຜົ່າແຂວງ ເງະອານ. ນັກຮຽນ ຟອງ ແມ່ນເຈົ້າຂອງໂຄງການເຮັດແຜ່ນແພພື້ນເມືອງຈາກກາບກ້ວຍ ແລະ ຕົ້ນໄມ້ອຸດສາຫະກຳບາງຊະນິດ ຄວ້າໄດ້ຫຼຽນຄຳ ແລະ Special Award ການເສັງ Olympic ປະດິດສ້າງວິທະຍາສາດສາກົນ ເຊິ່ງຈັດຂຶ້ນຢູ່ ສ.ເກົາຫຼີ. ນ້ອງ ຟອງ ແບ່ງປັນວ່າ:

        “ນ້ອງຮູ້ສຶກເປັນກຽດເມື່ອຕົນເອງໄດ້ເຂົ້າຮ່ວມພິທີຍ້ອງຍໍຊົມເຊີຍທີ່ເຕັມໄປດ້ວຍຄວາມໝາຍນີ້. ນ້ອງຮູ້ສຶກພູມໃຈ ແລະ ມີຄວາມສຸກທີ່ສຸດ. ນ້ອງຈະມານະພະຍາຍາມພັດທະນາຜະລິດຕະພັນເພື່ອຊ່ວຍບ້ານເກີດເມືອງນອນໃຫ້ນັບມື້ນັບເຮັ່ງມີ, ເຂັ້ມແຂງ ແລະ ມີຫຼາຍຄົນຮູ້ຈັກ, ພ້ອມທັງ, ໃນອະນາຄົດຈະມານະພະຍາຍາມຮັກສາ ແລະ ພັດທະນາສີສັນວັດທະນະທຳຂອງຊາດ ຫວຽດນາມ”.

ຕອບກັບ

ຂ່າວ/ບົດ​ອື່ນ