ຍ້ອງຍໍຊົມເຊີຍນັກຮຽນມັດທະຍົມຕອນປາຍຄວ້າໄດ້ລາງວັນ Olympic ສາກົນປີ 2020

(VOVWORLD) - ນັກຮຽນທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້ ຄວນສືບຕໍ່ມານະພະຍາຍາມສູ້ຊົນ ເພື່ອສ້າງຕົນເອງໃຫ້ຄົບຖ້ວນ, ມຸ່ງໝັ້ນຕໍ່ພາລະກິດເຊິ່ງຕົນເອງມີຄວາມຄາດຫວັງ ເພື່ອກໍ່ສ້າງຕົວ ແລະ ອຸທິດສ່ວນໃຫ້ປະເທດ.

ກ່າວຄຳເຫັນທີ່ພິທີຍ້ອງຍໍຊົມເຊີຍນັກຮຽນມັດທະຍົມຕອນປາຍທີ່ຄວ້າໄດ້ວາງວັນ Olympic ສາກົນປີ 2020 ໂດຍກະຊວງສຶກສາ ແລະ ບຳລຸງສ້າງຫວຽດນາມ ຈັດຕັ້ງໃນຕອນຄ່ຳວັນທີ 8 ມັງກອນ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຫງວຽນຊວັນຟຸກ ໄດ້ເນັ້ນໜັກວ່າ: ປະເທດຊາດພວມກ້າວເຂົ້າສູ່ໄລຍະພັດທະນາໃໝ່ ດ້ວຍບັນດາເປົ້າໝາຍພັດທະນາເສດຖະກິດ-ສັງຄົມສຳຄັນ, ສະນັ້ນ ຂະແໜງການສຶກສາ ແລະ ບຳລຸງສ້າງ ຕ້ອງມີການພັດທະນາບຸກທະລຸ, ຫັນປ່ຽນຢ່າງແຮງກ່ວາ ເພື່ອຍົກສູງຄຸນນະພາບແຫຼ່ງຊັບພະຍາກອນມະນຸດ, ເພີ່ມສະມັດຕະພາບແຮງງານ.

        ທ່ານນາຍົກລັດຖະມົນຕີ ຫງວຽນຊວັນຟຸກ ກໍ່ສະເໜີໃຫ້ອຳນາດການປົກຄອງ, ບັນດາອົງການຈັດຕັ້ງການເມືອງ, ສັງຄົມ ແລະ ປະຊາຊົນທຸກຖ້ວນໜ້າ ເອົາໃຈໃສ່ຕໍ່ພາລະກິດການສຶກສາໃຫ້ຫລາຍກ່ວາອີກ, ສ້າງເງື່ອນໄຂໃຫ້ແກ່ການຮ່ຳຮຽນ, ຝຶກຝົນຫຼໍ່ຫຼອມ ແລະ ຄວາມພະຍາຍາມສູ້ຊົນຂອງນັກຮຽນເປັນຢ່າງດີ ແລະ ຄົບຖ້ວນກ່ວາ.

        ສຳລັບນັກຮຽນທີ່ໄດ້ຮັບການຍ້ອງຍໍຊົມເຊີຍໃນມື້ນີ້ ຄວນສືບຕໍ່ມານະພະຍາຍາມສູ້ຊົນ ເພື່ອສ້າງຕົນເອງໃຫ້ຄົບຖ້ວນ, ມຸ່ງໝັ້ນຕໍ່ພາລະກິດເຊິ່ງຕົນເອງມີຄວາມຄາດຫວັງ ເພື່ອກໍ່ສ້າງຕົວ ແລະ ອຸທິດສ່ວນໃຫ້ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ