ຍ້ອງຍໍຊົມເຊີຍບັນດາເລຂາໜ່ວຍພັກດີເດັ່ນກຸ່ມວິສາຫະກິດສູນກາງຮ່າໂນ້ຍ

ຍ້ອງຍໍຊົມເຊີຍບັນດາເລຂາໜ່ວຍພັກດີເດັ່ນກຸ່ມວິສາຫະກິດສູນກາງຮ່າໂນ້ຍ - ảnh 1
ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ​ເລ​ຂາ​​ໜ່ວຍ​ພັກ​ດີ​ເດັ່ນ 192 ຄົນ

(vovworld) – ຕອນ​ເຊົ້າ​ວັນ​ທີ 4/1, ຢູ່​ຮ່າ​ໂນ້ຍ, ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ​ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ຍ້ອງ​ຍໍ​ຊົມ​ເຊີຍ​ເລ​ຂາ​​ໜ່ວຍ​ພັກ​ດີ​ເດັ່ນ 192 ຄົນ​ໃນວຽກ​ງານກໍ່​ສ້າງ​ພັກ ແລະ ນຳ​ພາ​ໜ້າ​ທີ​່​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ. ນີ້​ແມ່ນ​ບັນ​ດາ​ເລ​ຂາ​​ໜ່ວຍ​ພັກ​ໄດ້​ປະ​ຕິ​ບັດ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ, ​ໜ່ວຍພັກ​ບັນ​ລຸ “ປອດ​ໄສ, ໝັ້ນ​ຄົງ​ເຂັ້ມ​ແຂງ”, ມີ​ການ​ປະ​ກອບ​ສ່ວນ​ສຳ​ຄັນ​ເຂົ້າ​ໃນ​ການ​ນຳ​ພາ​ຜັນ​ຂະ​ຫຍາຍ​ວຽກ​ງານກໍ່​ສ້າງ​ພັກ ແລະ ໜ້າ​ທີ່​ຜະ​ລິດ​ດຳ​ເນີນ​ທຸ​ລະ​ກິດ​ຢູ່​ວິ​ສາ​ຫະ​ກິດ. ກອງ​ປະ​ຊຸມ​ແມ່ນ​ການ​ເຄື່ອນ​ໄຫວ​ແທດ​ຈິງ​ເພື່ອ​ສະ​ເຫຼີ​ມ​ສະຫຼອງ 87 ປີ​ແຫ່ງວັນ​ສ້າງ​ຕັ້ງ​ພັ​ກ (3/2/1930 – 3/2/2017), 10 ປີ​ແຫ່ງວັນ​ສ້າງ​ຕັ້ງ​ອົງ​ຄະ​ນະ​ພັກ​ກຸ່ມ​ວິ​ສາ​ຫະ​ກິດ​ສູນ​ກາງ (11/4/2007 – 11/4/2017)


ຂ່າວ/ບົດ​ອື່ນ