ຍ້ອງຍໍຊົມເຊີຍຜູ້ມີອິດທິພົນຊື່ສຽງຢູ່ 5 ແຂວງພູດອຍທາງພາກເໜືອ

ຍ້ອງຍໍຊົມເຊີຍຜູ້ມີອິດທິພົນຊື່ສຽງຢູ່ 5 ແຂວງພູດອຍທາງພາກເໜືອ - ảnh 1
(ທ່ານ​ຮອງ​ນາຍົກລັດຖະມົນຕີ ຫງວຽນ​ຊວນ​ຟຸ໋ກ
ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ)


(vovworld) - ຕອນ​ເຊົ້າ​ວັນ​ທີ 25/07, ຢູ່​ແຂວງເງາະ​ອານ, ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ ​ໄດ້​ຈັດ​ກອງ​ປະຊຸມຍ້ອງຍໍຊົມເຊີຍ​ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​ໝູ່ປະຊາຊົນເຜົ່າ​ສ່ວນ​ໜ້ອຍຢູ່ 5 ​ແຂວງ​ເຂດພູດ​ອຍທາງ​ພາກ​ເໜືອ ​ຄື: ອຽນ​ບ໋າ​ຍ, ຟຸ໋ທໍ້, ຮ່ວາ​ບິ່ນ, ​ແທງ​ຮ໋ວາ ​ແລະ ​ເງາະ​ອານ. ດ້ວຍ​ບົດບາດ​ເປັນ​ແກ່ນສານ, ຍາມ​ໃດຜູ້​ມີ​ອິດທິຜົນ​ຊື່​ສຽງ​ຢູ່ 5 ​ແຂວງ​ເຂດພູດ​ອຍທາງ​ພາກ​ເໜືອ ກໍ​ຕັ້ງໜ້າ​ສົມທົບ​ກັບ​ອຳນາດ​ການ​ປົກຄອງ​ທ້ອງ​ຖິ່ນ​ໂຄສະນາ​ບັນດາ​ແຜນ​ນະ​ໂຍບານ​ຂອງ​ພັກ, ນະ​ໂຍບາຍ​ກົດໝາຍ​ຂອງ​ລັດ ​ເຖິງ​ປະຊາຊົນ​ທຸກ​ຊັ້ນ​ວັນ​ນະ. ​ໃນ​ຂົງ​ເຂດ​ພັດທະນາ​ເສດຖະກິດ​ສັງຄົມ, ລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ກໍ່ສ້າງ​ຊົນນະບົດ​ໃໝ່ ກໍ​ມີຜູ້​ມີ​ອິດທິຜົນ​ຊື່​ສຽງ​ຫຼາຍ​ຄົນ​ສ້າງ​ເສດຖະກິດ​ເກັ່ງ, ​ເປັນ​ແບບຢ່າງ​ເພື່ອ​ໃຫ້​ພໍ່​ແມ່​ປະຊາຊົນ​​ເຜົ່າ​ສ່ວນ​ໜ້ອຍ​ຮໍ່າຮຽນ ​ແລະ ປະຕິບັດ​ຕາມ. ​ເພື່ອ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງຜູ້​ມີ​ອິດທິຜົນ​ຊື່​ສຽງ​​ໃນ​ໝູ່ປະຊາ​ຊົນ​ບັນດາ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ໄລຍະ​ຈະ​ມາ​ເຖິງ, ທ່ານ ບຸ​ຍ​ແທງ​ເຊີນ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ສຽງ​ເໜືອ​ໃຫ້​ຮູ້​ວ່າ.

     “ບັນດາ​ແຂວງ​ເພີ່ມ​ທະວີ​ວຽກ​ງານ​ໂຄສະນາ​ເພື່ອ​ຍົກ​ສູງ​ສະຕິ​ຮັບ​ຮູ້​ໃນ​ທົ່ວ​ສັງຄົມ​ກ່ຽວ​ກັບ​ບົດບາດ​ຂອງຜູ້​ມີ​ອິດທິຜົນ​ຊື່​ສຽງໃນ​ໝູ່ປະຊາ​ຊົນບັນດາ​ເຜົ່າ​ສ່ວນ​ໜ້ອຍ, ສືບ​ຕໍ່​ບຳລຸງ​ສ້າງ ​ເສີມ​ຂະຫຍາຍ​ບົດບາດ​ຂອງຜູ້​ມີ​ອິດທິຜົນ​ຊື່​ສຽງ​ໃນ​ການ​ພັດທະນ​າ​ເສດຖະກິດ​ສັງຄົມ. ຜູ້​ມີ​ອິດທິຜົນ​ຊື່​ສຽງຕ້ອງ​ຕັ້ງໜ້າ​ເຂົ້າ​ຮ່ວມ​ການ​ຕິດຕາມ​ກວດກາ​ອຳນາດ​ການ​ປົກຄອງ​ຂັ້ນ​ຮາກ​ຖານ ກ່ຽວ​ກັບ​ການ​ປະຕິບັດ​ນະ​ໂຍບາຍ​ຊົນ​ເຜົ່າ​ທີ່​ມີ​ຕໍ່​ຊາວ​​ເຜົ່າ​ສ່ວນ​ໜ້ອຍ, ປະກອບຄຳ​ເຫັນ​ໃຫ້​ຄະນະ​ພັກ, ອຳນາດ​ການ​ປົກຄອງ​ໃນ​ການ​ກໍ່ສ້າງ​ພັກ, ອຳນາດ​ການ​ປົກຄອງ​ໃຫ້​ນັບ​ມື້​ນັບ​ໝັ້ນຄົງເຂັ້ມ​ແຂງ”.

        ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸ໋ກ ປາດ​ຖະໜາ​ວ່າ ຜູ້​ມີ​ອິດທິຜົນ​ຊື່​ສຽງຢູ່​ທ້ອງ​ຖິ່ນ​ສືບ​ຕໍ່​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ, ພ້ອມ​ກັບ​ປະຊາ​ຊົນ​ບັນດາ​ເຜົ່າ​ຕັ້ງໜ້າ​ຜັນ​ຂະຫຍາຍການ​ຜະລິດ, ຫຼົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນຄວາມທຸກ​ຍາກ...
ຂ່າວ/ບົດ​ອື່ນ