ຍ້ອງ​ຍໍ​ຊົມ​ເຊີຍ​ໝູ່​ຄະ​ນະ, ສ່ວນບຸກ​ຄົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້າ​ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ທັນ​ການ

(VOVWORLD) -   ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງໃຫ້ກຳລັງໃຈ, ຍ້ອງຍໍ ແລະ ສະເໜີຍ້ອງຍໍບັນດາໝູ່ຄະນະສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. 
ຍ້ອງ​ຍໍ​ຊົມ​ເຊີຍ​ໝູ່​ຄະ​ນະ, ສ່ວນບຸກ​ຄົນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້າ​ນ​ໂລກ​ລະ​ບາດ​ໂຄວິດ - 19 ຢ່າງ​ທັນ​ການ - ảnh 1 ຊາວຕ່າງປະເທດຫຼາຍຄົນ ສົມທົບກັບ ສະໂມສອນ ໄວໜຸ່ມ ມອບຂອງຂວັນໃຫ້ແກ່ຜູ້ທຸກຍາກຢູ່ ດ່າໜັງ (ພາບປະກອບ: VOV)

ຫ້ອງວ່າການລັດຖະບານຫວຽດນາມ ຫາກໍມີເອກະສານແນະນຳຄຳເຫັນຊີ້ນຳຂອງທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ກ່ຽວກັບການຍ້ອງຍໍຊົມເຊີຍ, ໃຫ້ກຳລັງໃຈບັນດາໝູ່ຄະນະສ່ວນ, ບຸກຄົນທີ່ມີຜົນງານໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19.

        ທ່ານນາຍົກລັດຖະມົນຕີ ຟ້າມມິງຈິງ ສະເໜີບັນດາກະຊວງ, ອົງການທຽບເທົ່າກະຊວງ ແລະ ຄະນະກຳມະການປະຊາຊົນບັນດາແຂວງ, ນະຄອນ ຈົ່ງໃຫ້ກຳລັງໃຈ, ຍ້ອງຍໍ ແລະ ສະເໜີຍ້ອງຍໍບັນດາໝູ່ຄະນະສ່ວນບຸກຄົນທີ່ມີມາດຕະການປະດິດຄິດສ້າງ, ຜົນງານດີເດັ່ນໃນວຽກງານປ້ອງກັນ, ຕ້ານໂລກລະບາດໂຄວິດ - 19 ຢ່າງທັນການ. ພ້ອມດຽວກັນນັ້ນ, ຄວນມີກົນໄກ, ນະໂຍບາຍເອົາໃຈໃສ່ດ້ານວັດຖຸ ແລະ ຈິດໃຈໃຫ້ແກ່ກຳລັງແນວໜ້າຕ້ານໂລກລະບາດ ແລະ ພໍ່ແມ່, ລູກເຕົ້າ ຂອງຜູ້ທີ່ຢູ່ແນວໜ້າຕ້ານໂລກລະບາດ.


ຕອບກັບ

ຂ່າວ/ບົດ​ອື່ນ