ຍ້ອງຍໍຜູ້ມີອິດທິພົນຊື່ສຽງ 260 ຄົນໃນໝູ່ຊາວເຜົ່າສ່ວນໜ້ອຍ

ຍ້ອງຍໍຜູ້ມີອິດທິພົນຊື່ສຽງ 260 ຄົນໃນໝູ່ຊາວເຜົ່າສ່ວນໜ້ອຍ  - ảnh 1
​ກອງ​ປະຊຸມຍ້ອງຍໍ​ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​​ຊາວ​ເຜົ່າ​ສ່ວນ​ໜ້ອຍ
(ພາບ: vietnamplus.vn)


(vovworld) - ຜູ້​ມີ​ອິດທິພົນ​ຊື່​ສຽງ ​260 ຄົນໃນ​ໝູ່​ຊາວ​ເຜົ່າ​ສ່ວນ​ໜ້ອຍ  ທີ່​ຕາງໜ້າ​ໃຫ້​ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​ໝູ່ຊາວ​​ເຜົ່າ​ສ່ວນ​ໜ້ອຍ 9000 ຄົນ ​ໃນ 5 ​ແຂວງຄື: ກາວ​ບັ່ງ, ບັກ​ກ້ານ, ລ້າງ​ເຊີນ, ຕວຽນ​ກວາງ, ຮ່າ​ຢາງ ​ແລະ ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​ໝູ່​ຊາວ​ເຜົ່າ​ສ່ວນ​ໜ້ອຍຢູ່​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ​ ກວ່າ 28.000 ຄົນ​. ໃນວັນ​ທີ 27/05, ​ໄດ້​ຮັບ​ການ​ຍ້ອງຍໍ​ທີ່​ກອງ​ປະຊຸມຍ້ອງຍໍ​ຜູ້​ມີ​ອິດທິພົນ​ຊື່​ສຽງ​ໃນ​ໝ່​ຊາວ​​ເຜົ່າ​ສ່ວນ​ໜ້ອຍ ​ເຊິ່ງຈັດ​ຂຶ້ນ​ຢູ່​ແຂວງ ກາວ​ບັ່ງ, ນີ້​ແມ່ນ​ບັນດາ​ແກ່ນສານ​ໃນ​ວຽກ​ງານ​ຮັກ​ສາສະຖຽນລະພາບທາງດ້ານ​ການ​ເມືອງ, ຄວາມ​ເປັນ​ລະບຽບ​ຮຽບຮ້ອຍ​ທາງ​ສັງຄົມ​ຢູ່​ທ້ອງ​ຖິ່ນ, ​ເພີ່ມ​ທະວີ​ກຸ່ມ​ກ້ອນ​ມະຫາ​ສາມັກຄີ​ທົ່ວ​ປວງ​ຊົນ​ທັງ​ຊາດ... ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມ, ທ່ານ ຫງວຽນ​ຊວນ​ຟຸ໋ກ, ​ ກຳມະການ​ກົມ​ການ​ເມືອງ, ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ຊີ້​ແຈ້ງວ່າ.

        “ພັກ, ລັດ ​ມີ​ຄວາມເຂົ້າ​ໃຈຕໍ່​ຜູ້​ມີ​ຈິດ​ໃຈ​ຈົງ​ຮັກ​ພັກດີ​ຕໍ່​ພັກ, ຕໍ່​ການ​ປະຕິວັດ. ​ເຊິ່ງ​ໃນ​ຂະ​ບວນການ​ປະຕິວັດ​ຢູ່ທາງ​ທິດຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຫວຽດນາມ ​ເວົ້າ​ສະ​ເພາະ ​ແລະ ຢູ່​ຫວຽດນາມ ​ຂອງ​ພວກ​ເຮົາເວົ້າ​ລວມ, ຜູ້​ມີ​ອິດທິພົນ​ຊື່​ສຽງ​ມີ​ຄວາມ​ໝາຍ​ສຳຄັນ​ຍິ່ງ ​ເພື່ອ​ພັດທະນາ​ມູນ​ເຊື້ອ​ປະຕິວັດ. ​ແຕ່ລະຄົນ​ຕ່າງກໍ່ມີ​ວິທີ​ເຮັດວຽກ, ສຽງ​ເວົ້າ, ​ຄວາມນຶກຄິດ​ແຕກ​ຕ່າງ​ກັນ, ​ແຕ່​ບັນດາ​ວຽກ​ງານ​ເຫຼົ່າ​ນັ້ນລ້ວນ​ແຕ່​ປະກອບສ່ວນ​ໃຫ້​ແກ່​ຂະ​ບວນການ​ປະຕິວັດ​ທີ່​ໃຫຍ່​ຫຼວງ”.

ຂ່າວ/ບົດ​ອື່ນ