ຍ້ອງ​ຍໍ​ສັນ​ລະ​ເສີນ 200 “ນັກ​ຮົບ​ນ້ອຍ ດຽນ​ບຽນ” ທົ່ວ​ປະ​ເທດ ຄັ້ງ​ທີ V ປີ 2024

(VOVWORLD) - ທ່ານ ເລຫ໋າຍລອງ, ຮອງປະທານຜູ້ປະຈຳການ ສະພາກອງເຍົາວະຊົນ ສູນກາງ ໃຫ້ຮູ້ວ່າ ຈຸດໃໝ່ອ່ຽມ ຂອງລາຍການປີນີ້ ແມ່ນເປັນຄັ້ງທຳອິດທີ່ ນັກຮົບນ້ອຍດີເດັ່ນທົ່ວປະເທດ 200 ຄົນໄດ້ເດີນທາງມາຍັງ ດຽນບຽນ ເພື່ອເຂົ້າຮ່ວມການເຄື່ອນໄຫວຕົວຈິງ ຢູ່ສະໜາມຮົບ ດຽນບຽນຝູ.
ຍ້ອງ​ຍໍ​ສັນ​ລະ​ເສີນ 200 “ນັກ​ຮົບ​ນ້ອຍ ດຽນ​ບຽນ” ທົ່ວ​ປະ​ເທດ ຄັ້ງ​ທີ V ປີ 2024 - ảnh 1ລາຍການ ຍ້ອງຍໍສັນລະເສີນ “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ຄັ້ງທີ V ປີ 2024

ຕອນຄ່ຳວັນທີ 25 ເມສາ, ຢູ່ສະໜາມຫຼວງ ນະຄອນ ດຽນບຽນຝູ (ແຂວງ ດຽນບຽນ), ສູນກາງຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ, ສະພາກອງເຍົາວະຊົນສູນກາງ ຈັດລາຍການ ຍ້ອງຍໍສັນລະເສີນ “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ຄັ້ງທີ V ປີ 2024. ລາຍການ ນອນໃນບັນດາການເຄື່ອນໄຫວຂອງ ງານມະໂຫລານ “ນັກຮົບນ້ອຍ ດຽນບຽນ” ທົ່ວປະເທດ ໂດຍ ສູນກາງຄະນະຊາວໜຸ່ມພັກກອມມູນິດໂຮ່ຈີມິນ, ສະພາກອງເຍົາວະຊົນສູນກາງ ຈັດຂຶ້ນ ເພື່ອ ມຸ່ງໄປເຖິງພິທີສະເຫຼີມສະຫຼອງ 70 ປີແຫ່ງໄຊຊະນະດຽນບຽນຝູ (07/05/1954 – 07/05/2024). ທ່ານ ເລຫ໋າຍລອງ, ຮອງປະທານຜູ້ປະຈຳການ ສະພາກອງເຍົາວະຊົນ ສູນກາງ ໃຫ້ຮູ້ວ່າ ຈຸດໃໝ່ອ່ຽມ ຂອງລາຍການປີນີ້ ແມ່ນເປັນຄັ້ງທຳອິດທີ່ ນັກຮົບນ້ອຍດີເດັ່ນທົ່ວປະເທດ 200 ຄົນໄດ້ເດີນທາງມາຍັງ ດຽນບຽນ ເພື່ອເຂົ້າຮ່ວມການເຄື່ອນໄຫວຕົວຈິງ ຢູ່ສະໜາມຮົບ ດຽນບຽນຝູ. ທ່ານໃຫ້ຮູ້ວ່າ:

ໃນ 3 ວັນ, ພວກນ້ອງ ຈະໄດ້ເຂົ້າຮ່ວມບັນດາການເຄື່ອນໄຫວຕົວຈິງໂດຍສວມບົດບາດເປັນນັກຮົບນ້ອຍ ໄປຍັງບັນດາສະຖານທີ່ຮ່ອງຮອຍປະຫວັດສາດ ການປະຕິວັດ ຕິດພັນກັບບັນດາວິລະກຳ ຂອງທະຫານ ແລະ ປະຊາຊົນ ຫວຽດນາມ ໃນບັ້ນຮົບດຽນບຽນຝູ. ພ້ອມກັນນັ້ນ, ພວກນ້ອງກໍ່ ຈະໄດ້ສະແດງຄວາມສາມາດ, ພອນສະຫວັນຂອງຕົນ ຜ່ານບັນດາການເຄື່ອນໄຫວລົງພຶດຕິກຳຕົວຈິງ, ຜ່ານນັ້ນ ບໍ່ພຽງແຕ່ເພີ່ມຄວາມຮູ້ກ່ຽວກັບໄຊຊະນະດຽນບຽນຝູ ເທົ່ານັ້ນ ຫາກຍັງພວກນ້ອງ ຍັງອາດຈະເພີ່ມທະວີນ້ຳໃຈສາມັກຄີ, ພົບປະແລກປ່ຽນ, ຊອກຮູ້ຄວາມຮູ້ກ່ຽວກັບປະຫວັດສາດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ