ຍ້ອງຍໍສັນລະເສີນຜູ້ມີ ຍົດຖາບັນດາສັກຍິງ, ແມ່ຂາວດີເດັ່ນ


 ຍ້ອງຍໍສັນລະເສີນຜູ້ມີ ຍົດຖາບັນດາສັກຍິງ, ແມ່ຂາວດີເດັ່ນ - ảnh 1

(ພາບ: Phương Hoa/TTXVN  )

(vovworld) –​​​​​ຕອນ​​ເຊົ້າວັນ​ທີ 10/10, ສະຫະພັນ​ແມ່ຍິງ​ຫວຽດນາມ ​ແລະ ຄະນະ​ສາສະໜາ​ລັດຖະບານ​ໄດ້​ສົມທົບ​ກັນ​ຈັດ​ກອງ​ປະຊຸມຍ້ອງຍໍ​ສັນລະ​ເສີນ​ຜູ້​ມີ​ຍົດ​ຖາ​ບັນດາສັກ​ຍິງ, ​ແມ່ຂາວ​ດີ​ເດັ່ນ​ແມ່ນ​ກຳມະການ​ຄະນະ​ບໍລິຫານ​ງານສະຫະພັນ​ແມ່ຍິງ​ຫວຽດນາມ ຂັ້ນຕ່າງໆ.

   ກ່າວ​ຄຳ​ເຫັນ​ນະ​ທີ່​ນີ້, ທ່ານຮອງ​ນາຍົກລັດຖະມົນຕີຫວຸ້ດຶກ​ດາມ ຢືນ​ຢັນ​ວ່າ, ພາລະ​ກິດ​ຂອງ​ປະ​ເທດ​ຊາດ​ຫວຽດນາມ, ຂອງ​ໂລກ​ບໍ່​ມີ​ສະພາບ​ການ​ຄື​ໃນ​ທຸກ​ວັນ​ນີ້​ຖ້າ​ບໍ່​ມີ​ແມ່ຍິງ. ຫວຽດນາມ ​ໄດ້​ຮັບ​ການ​ຕີ​ລາຄາ​ຈາກ​ໂລກ​ວ່າ ​ແມ່ນ​ປະ​ເທດ​ມີ​ພື້ນຖານ​ເສດຖະກິດ ສັງຄົມ​ພັດທະນາ​ໄວ​ອັນ​ດັບ​ທີ 2 ​ໃນ​ໂລກ​ໃນ​ຮອບ​ 20 ປີຜ່ານມາ, ສປຊ ຕີ​ລາຄາ​ວ່າຫວຽດນາມ ​ແມ່ນ​ໜຶ່ງ​ໃນ​ບັນດາ​ປະ​ເທດ​ປະຕິບັດ​ບັນດາ​ຈຸດໝາຍ​ສະຫັດ​ສະ​ວັດ​ເປັນ​ຢ່າງ​ດີ​ທີ່​ສຸດ. ບັນດາ​ວຽກ​ງານ​ລະອຽດ, ​ແທດ​ຈິງ​ຂອງຜູ້​ມີ​ຍົດ​ຖາ​ບັນດາສັກ​ຍິງ, ​ແມ່ຂາວ​ເວົ້າສະ​ເພາະ, ​ແມ່ຍິງ​ເວົ້າລວມ ​ໄດ້​ປະກອບສ່ວນ​ສ້າງ​ເປັນ​ຜົນສຳ​ເລັດ​ລວມຂອງ​ປະ​ເທດ​ຊາດ. ທ່ານຮອງ​ນາຍົກລັດຖະມົນຕີຫວຸ້ດຶກ​ດາມ ປາດ​ຖະໜາ​ວ່າ: ຄວາມ​ຮັກ​ແພງ, ຈິດ​ໃຈ ​ແລະ ​ເຈດ​ຈຳນົງດັ່ງກ່າວ​ສືບ​ຕໍ່​ຂະຫຍາຍ​ໃນ​ທົ່ວ​ສັງຄົມ ​ເພື່ອ​ໃຫ້​ຫວຽດນາມ ​ສືບ​ຕໍ່​ພັດທະນາ./.

 

ຂ່າວ/ບົດ​ອື່ນ