ຍ້ອງຍໍແບບຢ່າງທີ່ດີໃນ ການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈີມິນ

ຍ້ອງຍໍແບບຢ່າງທີ່ດີໃນ ການຮຳ່ຮຽນ ແລະ ປະຕິບັດຕາມແບບຢ່າງ ຄຸນສົມບັດປະທານໂຮ່ຈີມິນ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ
ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ)

(vovworld) – ຍ້ອງຍໍ​ແບບຢ່າງ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງ​ໃນ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ, ນັ້ນ​ແມ່ນຄວາມ​ເຫັນ​ຊີ້​ນຳ​ຂອງ​ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ທີ່​ການ​ເຮັດ​ວຽກ​ກັບ​ຄະນະ​ປະຈຳ​ຄະນະ​ພັກ​ນະຄອນ​ຮ່າ​ໂນ້ຍ​ໃນ​ວັນ​ທີ 25/9, ກ່ຽວ​ກັບ​ເນື້ອ​ໃນ​ປະຕິບັດ​ຂໍ້​ຕົກລົງ​ຂອງ​ກົມ​ການ​ເມືອງ ​ໃນ​ການ​ກວດກາ​ເລື່ອງ​ການ​ນຳ​ຊີ້​ນຳ ​ແລະ ຈັດ​ຕັ້ງ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 “ບາງ​ບັນຫາ​ຮີບ​ດ່ວນ​ກ່ຽວ​ກັບ​ການ​ກໍ່ສ້າງ​ພັກ​ໃນ​ປະຈຸ​ບັນ“ ​ແລະ ຄຳ​ສັ່ງ 03 “ສືບ​ຕໍ່​ຍູ້​ແຮງ​ການ​ຮຳ່ຮຽນ ​ແລະ ປະຕິບັດ​ຕາມ​ແບບຢ່າງ​ຄຸນສົມບັດ​ປະທານ​ໂຮ່ຈີ​ມິນ“. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ຖື​ວ່າ: ​ໃນ​ການ​ປະຕິບັດ​ມະຕິ​ສູນ​ກາງ​ທີ 4 ຊຸດ​ທີ 11 ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ການ​ຕຳ​ນິຕິ​ຊົມ​ຕົນ​ເອງ ​ແລະ ຕຳ​ນິຕິ​ຊົມ​ເພື່ອນ​ສະຫາຍ, ຕ້ອງ​ຮັບ​ຟັງ​ຄວາມ​ເຫັນ​ຂອງ​ປະຊາຊົນ, ຂອງ​ອົງຄະ​ນະ​ພັກ ​ເພື່ອ​ຊ່ວຍ​ໃຫ້​ວຽກ​ງານ​ນີ້​ບັນລຸ​ປະສິດທິ​ຜົນ​ສູງ​ກວ່າ. ຜ່ານ​ນັ້ນ​ເສີມ​ຂະຫຍາຍ​ຈຸດ​ດີ ​ແລະ ​ແກ້​ໄຂ​ສິ່ງ​ທີ່​ຂາດ​ຕົກ​ບົກ​ຜ່ອງ. ຕິດ​ພັນ​ວຽກ​ງານ​ກໍ່ສ້າງ​ພັກ​ກັບ​ວຽກ​ງານ​ປະຕິບັດ​ໜ້າ​ທີ່​ການ​ເມືອງ.

ກ່ຽວ​ກັບ​ການ​ປະຕິບັດ​ມະຕິ 03, ທ່ານ​ປະທານ​ຮຽກຮ້ອງ​ໃຫ້​ຮ່າ​ໂນ້ຍ ກໍ່​ຄື​ທ້ອງ​ຖີ່​ນຕ່າງໆ​ແກ້​ໄຂ​ລັກສະນະ​ຮູບ​ການ​ໃນ​ວິວັດ​ການ​ປະຕິບັດ, ຄົ້ນ​ພົບ, ຍ້ອງຍໍ​ບັນດາ​ຮູບ​ແບບ​ທີ່​ດີ, ມີ​ຫົວຄິດ​ປະດິດ​ສ້າງ, ຮຳ່ຮຽນ​​ແລະ​ປະຕິບັດຄື​ແນວ​ໃດ​ໃຫ້​ມີ​ປະສິດທິ​ຜົນ.

 

ຂ່າວ/ບົດ​ອື່ນ