ຍ້ອງຍໍແມ່ຍິງຊົນເຜົ່າສ່ວນໜ້ອຍເປັນແບບຢ່າງທີ່ດີເດັ່ນ 100 ຄົນ

ຍ້ອງຍໍແມ່ຍິງຊົນເຜົ່າສ່ວນໜ້ອຍເປັນແບບຢ່າງທີ່ດີເດັ່ນ 100 ຄົນ - ảnh 1
ແມ່ຍິງຊົນເຜົ່າ
(ພາບປະກອບຈາກ ອີນເຕີເນັດ)

​(vovworld) - ເນື່ອງ​ໃນ​ໂອກາດ​ສະ​ເຫຼີ​ມສະຫຼອງ​ວັນ​ວັດທະນະທຳ​ບັນດາ​ຊົນ​ເຜົ່າ ຫວຽດນາມ (19/4), ວັນ​ທີ 15/4, ສະຫະພັນ​ແມ່ຍິງ​ນະຄອນ ​ໂຮ່ຈີ​ມິນ ​ໄດ້​ຈັດ​ຕັ້ງ​ງານ​ມະ​ໂຫລານ “ຍ້ອງຍໍ​​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ“ ຄັ້ງ​ທີ 6, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ແທນ 400 ຄົນ​ທີ່​ຕາງໜ້າ​ໃຫ້​ແມ່ຍິງ​ຊາວ​ເຜົ່າ​ສ່ວນ​ໜ້ອຍ​ໃນ​ບໍລິ​ເວນ​ນະຄອນ 53.600 ຄົນ. ​ງານ​ມະ​ໂຫລານໄດ້​ດຳ​ເນີນ​ການ​ເຄື່ອນ​ໄຫວອັນ​ຟົດ​ຟື້ນ​ຕ່າງໆ​ເຊັ່ນ: ​ແນະນຳ​​ເຂົ້າໜົມ​ພື້ນ​ເມືອງ​ຊະນິດ​ຕ່າງໆຂອງ​ບັນດາ​ຊົນ​ເຜົ່າ, ​ແລກປ່ຽນ​ວັດທະນະທຳ ​ແລະ ​ແນະນຳ​ວັດທະນະທຳ​ທີ່​ເປັນ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ບັນດາ​ເຜົ່າ, ພົບ​ປະ​ແລກປ່ຽນ​ບັນດາ​ແມ່ຍິງ​ທີ່​ເປັນ​ແບບຢ່າງທີ່​ດີ​ເດັ່ນ. ພິ​ເສດ, ງານ​ມະ​ໂຫາ​ລານ​ໄດ້ຍ້ອງຍໍ​​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ100 ຄົນທີ່​​ເປັນ​ແບບຢ່າງ​ທີ່​ດີ​ເດັ່ນ​ໃນ​ຂົງ​ເຂດ​ຕ່າງໆ. ງານ​ມະ​ໂຫລານ​ຖືກ​ຈັດ​ຕັ້ງ 2ປີ/​ເທື່ອ​ໜຶ່ງ, ​ເພື່ອ​ແນ​ໃສ່​ເຊີດ​ຊູ​ບັນດາ​ພະນັກງານ​ສະມາຄົມ, ​ແມ່ຍິງ​ຊົນ​ເຜົ່າ​ສ່ວນ​ໜ້ອຍ​ທີ່​ດີ​ເດັ່ນ​ໃນ​ທຸກ​ຂົງ​ເຂດ, ພ້ອມ​ທັງ​ສ້າງ​ໂອກາດ​ເພື່ອ​ໃຫ້​ເອື້ອຍ​ນ້ອງ​ແມ່ຍິງ​ຊົນ​ເຜົ່າ​ພົບ​ປະ​ແລກປ່ຽນ, ຮຳ່ຮຽນ​ເອົາ​ບົດຮຽນ​ເຊິ່ງກັນ ​ແລະ ກັນ, ສ້າງ​ຄວາມ​ສະໜິດ​ຕິດ​ພັນ​ລະຫວ່າງ​ສະຫະພັນ​ແມ່ຍິງ ​ແລະ ​ເອື້ອຍ​ນ້ອງ​ບັນດາ​ເຜົ່າ​ໃນ​ບໍລິ​ເວນ​ນະຄອນ ​ເພື່ອ​ພ້ອມ​ກັນ​ເສີມ​ຂະຫຍາຍ​ມູນ​ເຊື້ອ​ອັນ​ດີງາມ​ຂອງ​ແມ່ຍິງ​ຫວຽດນາມ.

 


ຂ່າວ/ບົດ​ອື່ນ