ຍ້ອງຍໍແລະມອບລາງວັນFestivalໄວຫນຸ່ມມີຫົວຄິດປະດິດສ້າງທົ່ວປະເທດຄັ້ງທີ9 ປີ2016

ຍ້ອງຍໍແລະມອບລາງວັນFestivalໄວຫນຸ່ມມີຫົວຄິດປະດິດສ້າງທົ່ວປະເທດຄັ້ງທີ9 ປີ2016 - ảnh 1
ເຊີດ​ຊູ​ບັນ​ດາ​ກິດ​ຈະ​ກຳ​, ຜະ​ລິດ​ຕະ​ພັນ​ທີ​ດີ​ເດັ່ນ​ປີ 2016
ພາບ:tuoitre.vn

(vovworld)- ຕອນ​ຄ່ຳ​ວັນ​ທີ 10/12, ຢູ່ ນະ​ຄອນ ຫວີງ​ອຽນ ແຂວງ ຫວີງ​ຟຸກ, ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ​ໂຮ່​ຈິ​ມີນ ໄດ້​ຈັດ​ຕັ້ງ​ພິ​ທີ​ຍ້ອງ​ຍໍ ແລະ ມອບ​ລາງວັນ Festival ໄວ​ຫນຸ່ມ​ມີ​ຫົວ​ຄິດ​ປະ​ດ​ິດ​ສ້າງ​ທົ່ວ​ປະ​ເທດ​ຄັ້ງ​ທີ 9 ປີ 2016. ທີ່ Festival ຄັ້ງ​ນີ້ ຄະ​ນະ​ຈັດ​ຕັ້ງ​ໄດ້​ຮັບ ສຳ​ເນົາ​ 219 ຊຸດ​ຂອງ 44 ຄະ​ນະ​ຊາວ​ຫນຸ່ມ​ແຂວງ, ນະ​ຄອນ, ໃນ​ນັ້ນ ມີ​ຫລາຍ​ກິດ​ຈະ​ກຳ, ຜະ​ລິດ​ຕະ​ພັນ​ໄດ້​ໝູນ​ໃຊ້​ໃນ​ພຶດ​ຕິ​ກຳ​ຕົວ​ຈິງ, ສ້າງ​ຂີດ​ໝາຍ​ຢ່າງ​ເລິກ​ເຊິ່ງ​ໃນ​ວົງ​ຄະ​ນາ​ຍາດ. ກ່າວ​ຄຳ​ເຫັນ​ນະ​ພິ​ທີ, ທ່ານ​ຫງວຽນ​ແອງ​ຕວນ, ເລ​ຂາ​ສູນ​ກາງ​ຄະ​ນະ​ຊາວ​ຫນຸ່ມກອມ​ມູ​ນິດ ໂຮ່​ຈິ​ມີນ ຊີ້​ແຈ້ງວ່າ​:

        “ຄະ​ນະ​ເລ​ຂາ​ມີ​ຄວາມ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ, ພູມ​ປັນ​ຍາ ແລະ ຄວາມ​ສຸດ​ຈິດ​ສຸດ​ໃຈ​ຂອງ​ໄວ​ຫນຸ່ມ, ດ້ວຍ​ຈິດ​ໃຈ​ການ​ອອກ​ແຮງ​ງານ ແລະ ຄວາມ​ສາ​ມາດ​ທີ່​ມີ​ຫົວ​ຄິດ​ປະ​ດິດ​ສ້າງ​ຢ່າງບໍ່​ຮູ້​ອິດ​ຮູ້​ເມື່ອຍ, ໄຫວ​ຫນຸ່ມ​ຫວຽດ​ນາມ ຈະ​ສ້າງ​ຂີດ​ໝາຍ​ໃນ​ໄລ​ຍະ​ໃຫມ່ ດ້ວຍ​ບັນ​ດາ​ກິດ​ຈະ​ກຳ, ວຽກ​ງານ​ທີ່​ແທດ​ຈິງ.”


ຕອບກັບ

ຂ່າວ/ບົດ​ອື່ນ