ຍອດຈຳນວນທຶນ ODA ເຊິ່ງໄດ້ຮັບການລົງນາມ ໃນ 9 ເດືອນຜ່ານມາ ບັນລຸເກືອບ 4,6 ຕື້ USD

ຍອດຈຳນວນທຶນ ODA ເຊິ່ງໄດ້ຮັບການລົງນາມ ໃນ 9 ເດືອນຜ່ານມາ ບັນລຸເກືອບ 4,6 ຕື້ USD - ảnh 1
(ພາບປະກອບ)

(vovworld) - ຜູ້ຕາງໜ້າ​ກະຊວງ​ແຜນການ​ ​ແລະ ການ​ລົງທຶນໃຫ້​ຮູ້ວ່າ ​ ຍອດ​ຈຳນວນ​ທຶນ ODA ​ເຊິ່ງ​ໄດ້​ຮັບ​ການ​ລົງ​ນາມ​ໃນ 9 ​ເດືອນ​ຜ່ານ​ມາ​ບັນລຸ​ເກືອບ 4,6 ຕື້ USD, ຕົວ​ເລກ​ດັ່ງກ່າວໄດ້​ສະ​ແດງ​ໃຫ້​ເຫັນສະພາບ​ປະຕິບັດ, ການ​ປ່ອຍ​ທຶນ ODA ​ແລະ ທຶນ​ກູ້​ຢືມບຸລິມະສິດ​ຂອງ​ຫວຽດນາມ ພວມ​ມີ​ການ​ຫັນປ່ຽນ​ຢ່າງ​ຕັ້ງໜ້າ.

        ​ແຕ່​ວ່າ, ຜູ້ຕາງໜ້າ​ກະຊວງກໍ່​ຖື​ຮູ້​ວ່າ ​ເບິ່ງລວມ​ແລ້ວ ​ການ​ປະຕິບັດ ​ແລະ ການປ່ອຍ​ທຶນ ODA ຍັງ​ບໍ່​ທັນສ້າງ​​ໄດ້ບ້າ​ດບຸກທະລຸ. ປະຈຸ​ບັນ, ລະດັບ​ປ່ອຍ​ເງິນ​ບໍ່​ສະ​ເໝີ​ລະຫວ່າງ​ບັນດາ​ຂະ​ແໜງ​ການ, ຂົງ​ເຂດ ​ແລະ ທ້ອງ​ຖິ່ນ. ການ​ປ່ອຍ​ເງິ​ນ​ສຸມ​ໃສ່​ເຂົ້າ​ບັນດາ​ລາຍການ, ​ໂຄງການ​ຂຶ້ນ​ກັບ​ຂົງ​ເຂດ​ຄົມມະນາຄົມ, ພະລັງງານ​ໄຟຟ້າ, ການພັດທະນາ​ຕົວ​ເມືອງ, ກະສິກຳ ​ແລະ ພັດທະນາ​ຊົນນະບົດ. ຕາມ​ບົດ​ລາຍ​ງານ​ຂອງກະຊວງ​ແຜນການ​ ​ແລະ ການ​ລົງທຶນ ແລ້ວ, ກ່ຽວ​ກັບ​ແຫຼ່ງ​ເງິນ​ລົງທຶນ​ໂດຍ​ກົງ​ຈາກ​ຕ່າງປະ​ເທດ (FDI), ​ໄລ່ມາຮອດວັນ​ທີ 20 ກັນຍາ, ​ທົ່ວ​ປະ​ເທດ​ມີ 872 ​ໂຄງການ​ໄດ້​ຮັບ​ໃບ​ຢັ້ງຢືນ​ລົງທຶນ ດ້ວຍ​ຍອດ​ຈຳນວນ​ທຶນ​ຈົດ​ທະບຽນ​ເກືອບ 9,3 ຕື້ USD, ​ເທົ່າ​ກັບ 93% ​ຈຳນວນ​​ໂຄງການ ​ແລະ 135% ຈຳນວນ​ທຶນ​ຈົດ​ທະບຽນ​ເມື່ອ​ທ່ຽບ​ໃສ່​ໄລຍະ​ດຽວ​ກັນ​ຂອງ​ປີ 2012.

ຂ່າວ/ບົດ​ອື່ນ