ຍ້ອນມີການເຊື່ອມໂຍງ, ອາຊຽນ ພວມມີອະນາຄົດສົດໄສໃນຕໍ່ໜ້າ

(VOVWORLD) -ຕາມທ່ານ Rodrigo Duterte ແລ້ວ, ໃນຊຸມປີຜ່ານມາ, ອາຊຽນ ໄດ້ພົ້ນເດັ່ນຂຶ້ນຄືຮູບແບບການເຊື່ອມໂຍງເຂົ້າກັບເສດຖະກິດປະສົບຜົນສຳເລັດໃນພາກພື້ນ.

ການເຊື່ອມໂຍງເສດຖະກິດ ໄດ້ນຳມາເຊິ່ງບັນດາຜົນງານດີພໍສົມຄວນໃຫ້ແກ່ບັນດາປະເທດ ອາຊຽນ ແລະ ຊ່ວຍໃຫ້ປະຊາຄົມສືບຕໍ່ໝັ້ນຄົງເຂັ້ມແຂງ ແລະ ພັດທະນາ. ທ່ານ Rodrigo Duterte, ປະທານາທິບໍດີ ຟີລິບປິນ ໃນຖານະບົດບາດເປັນປະທານ ອາຊຽນ ໃນປີ 2017, ໄດ້ເນັ້ນໜັກຄືດັ່ງກ່າວໃນບົດກ່າວປາໄສທີ່ວາລະປຶກສາຫາລືດ້ວຍຫົວຂໍ້ວ່າ “ເຊື່ອມໂຍງເຂົ້າກັບເສດຖະກິດພາກພື້ນ - ບົດຮຽນຈາກ ອາຊຽນ” ໃນຂອບເຂດກອງປະຊຸມ CEO Summit ຈັດຕັ້ງໃນຕອນບ່າຍວັນທີ 9 ພະຈິກ.

        ຕາມທ່ານ Rodrigo Duterte ແລ້ວ, ໃນຊຸມປີຜ່ານມາ, ອາຊຽນ ໄດ້ພົ້ນເດັ່ນຂຶ້ນຄືຮູບແບບການເຊື່ອມໂຍງເຂົ້າກັບເສດຖະກິດປະສົບຜົນສຳເລັດໃນພາກພື້ນ. ດ້ວຍພົນລະເມືອງກ່ວາ 600 ລ້ານຄົນ ແລະ ປະຈຸບັນ ແມ່ນພື້ນຖານເສດຖະກິດຢືນອັນດັບທີ 3 ໃນພາກພື້ນ ອາຊີ ແລະ ຢືນທີ 7 ໃນໂລກ, ພົນລະເມືອງອາຊຽນ ກ່ວາເຄິ່ງໜຶ່ງແມ່ນ ຢູ່ໃນເກນອາຍຸ 30 ປີ, ກຳລັງຄົນງານກວມ 70% ພົນລະເມືອງ, ອາຊຽນ ພວມໄດ້ຮັບການຮັບຮູ້ແມ່ນພາກພື້ນຄູ່ຮ່ວມມືທີ່ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງ. ທ່ານປະທານາທິບໍດີ Rodrigo Duterte ເນັ້ນໜັກວ່າ:

        “ອາຊຽນ ພວມມີອະນາຄົດສົດໄສໃນຕໍ່ໜ້າ. ໃນກ່ວາ 50 ປີຜ່ານມາ, ອາຊຽນ ໄດ້ກາຍເປັນພາກພື້ນເສດຖະກິດແຂງແຮງ ແລະ ເປີດປະຕູອອກສູ່ທົ່ວໂລກ ກໍ່ຄືບັນດາປະເທດບ້ານໃກ້ເຮືອນຄຽງໃນພາກພື້ນ ອາຊີ - ປາຊີຟິກ. ພ້ອມກັບ 6 ຄູ່ຮ່ວມມື, ອາຊຽນ ກໍ່ພວມຊຸກຍູ້ສັນຍາຮ່ວມມືເສດຖະກິດພາກພື້ນຮອບດ້ານ (RCEP) ເພື່ອເຮັດໃຫ້ການພົວພັນຢູ່ພາກພື້ນ ອາຊີ - ປາຊີຟິກເລິກເຊິ່ງຂຶ້ນຕື່ມ.”

        ດ້ວຍຖານະເປັນອົງການພາກພື້ນ ມີ ບັນດາສັນຍາການຄ້າເສລີ ກັບ ທຸກໆຄູ່ຮ່ວມມືເສດຖະກິດ ແລະ ການຄ້າໃຫຍ່ເກືອບທັງໝົດ, ອາຊຽນ ພວມປະກອບບັນດາຄວາມມານະພະຍາຍາມ ເຊື່ອມໂຍງເສດຖະກິດພາຍໃນກຸ່ມຂອງຕົນເຂົ້າໃນວິວັດທະນາການຮ່ວມສຳພັນຍຸດທະສາດທົ່ວໂລກ, ຮັບຮອງເອົາການປັບປຸງບັນດາສັນຍາການຄ້າເສລີ ແລະ ການພົວພັນຄູ່ຮ່ວມມືເສດຖະກິດຮອບດ້ານໃໝ່, ເປັນຕົ້ນແມ່ນສັນຍາຄູ່ຮ່ວມມືເສດຖະກິດຮອບດ້ານພາກພື້ນ (RCEP). ທ່ານປະທານາທິບໍດີ Rodrigo Duterte ເນັ້ນໜັກວ່າ:

        “ການຮ່ວມມືພາກພື້ນຈະຊ່ວຍໃຫ້ພວກເຮົາຍາດແຍ່ງໄດ້ບັນດາຜົນປະໂຫຍດຈາກບັນດາທ່າອ່ຽງທົ່ວໂລກຄື ການພັດທະນາຂ້າມຊາຍແດນ ແລະ ເຕັກໂນໂລຢີດີຈີຕອນ ແລະ ຊ່ວຍໃຫ້ບັນດາປະເທດໃນພາກພື້ນ ເປີດກ້ວາງຕະຫຼາດ ແລະ ຊຸກຍູ້ການພັດທະນາຮອບດ້ານ. ໝາຍຄວາມວ່າ ດ້ວຍການຊ່ວຍເຫຼືອບັນດາວິສາຫະກິດຂະໜາດກາງ ແລະ ນ້ອຍ ເພື່ອໃຫ້ພາກພື້ນເປີດກ້ວາງການດຳເນີນທຸລະກິດ”

ຕອບກັບ

ຂ່າວ/ບົດ​ອື່ນ