ຍ່າງແຫ່ຂະບວນເນື່ອງໃນເຫດການພົນລະເມືອງຫວຽດນາມຜູ້ທີ່90ລ້ານ

ຍ່າງແຫ່ຂະບວນເນື່ອງໃນເຫດການພົນລະເມືອງຫວຽດນາມຜູ້ທີ່90ລ້ານ - ảnh 1
ການຍ່າງແຫ່ຂະບວນຮັບຕ້ອນ ພົນລະເມືອງຫວຽດນາມ 90 ລ້ານຄົນ
ພາບ:vov


(vovworld)- ​ເຫດການ​ດັ່ງກ່າວ​ດຳ​ເນີນ​ໄປ​ໃນ​ວັນ​ທີ 02/11 ຢູ່ ນະຄອນ ​ໂຮ່ຈິ​ມີນ ​ໄດ້​ດຶງ​ດູດ​ຜູ້​ເຂົ້າ​ຮ່ວມ​ກວ່າ 2.000 ຄົນ.​ ນີ້​ແມ່ນ​ການ​ເຄື່ອນ​ໄຫວ​ເພື່ອ​ສະຫນອງ​ຂໍ້​ມູນ​ຂ່າວ​ເຖິງ​ທຸກ​ຂັ້ນ, ຂະ​ແຫນງ​ການ​ຕ່າງໆ ​ແລະ ປະຊາຊົນ​ທຸກ​ຊັ້ນ​ວັນນະ​ໃນ​ທົ່ວ​ປະ​ເທດ​ກ່ຽວ​ກັບ​ເຫດການ​ປະ​ເທດ​ຊາດ​ຕ້ອນຮັບ​ພົນລະ​ເມືອງ​ຜູ້ທີ່ 90 ລ້ານ​ ກໍ​ຄື​ມີ​ຄວາມ​ຮັບ​ຮູ້​ກ່ຽວ​ກັບ​ທ່ີ​ຕັ້ງ, ບົດບາດ, ຄວາມ​ສຳ​ຄັນ​ຂອງ​ວຽກ​ງານ​ປະຊາກອນ-​ການວາງ​ແຜນ​ຄອບຄົວ​ສຳລັບ​ການ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ປະ​ເທດ​ຊາດ. ຄຽງ​ຄູ່​ກັນ​ນັ້ນ ການ​ຍ່່າງ​ແຫ່​ຂະ​ບວນຍັງ​ມີ​ຄວາມ​ໝາຍ​ຮຽກຮ້ອງ​ໃຫ້​ຊາວ​ຫວຽດນາມ​ທຸກ​ຄົນ​ພ້ອມ​ກັນ​ສາມັກຄີ, ມຸ່ງ​ໄປ​ເຖິງ​ທະ​ເລ​ໝູ່​ເກາະ ຮ່ວາງ​ຊາ, ​ເຈື່ອງ​ຊາ, ສະ​ແດງ​ໃຫ້​ເຫັນ​ນ້ຳ​ໃຈ​ສາມັກຄີ, ​ເຈດ​ຈຳ​ນົງ​ຕັດສິນ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ​ໃນ​ກິດຈະການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ