ຍານອາວະກາດຂອງ ຍີ່ປຸ່ນ ຈອດລົງດວງຈັນ

(VOVWORLD) -   ຖ້າບັນລຸຜົນສຳເລັດ, ຍານອາວະກາດ SLIM, ເຊິ່ງໄດ້ເຂົ້າວົງໂຄຈອນ ໃນວັນທີ 25 ທັນວາ 2023, ຈະແມ່ນຍານອາວະກາດທຳອິດຂອງ ຍີ່ປຸ່ນ ໄດ້ເລີ່ມປະຕິບັດພາລະກຳຢູ່ ດວງຈັນ
ຍານອາວະກາດຂອງ ຍີ່ປຸ່ນ ຈອດລົງດວງຈັນ - ảnh 1ຍານອາວະກາດ ສຳຫຼວດ ດວງຈັນ (SLIM) (ພາບ:JAXA)

ວັນທີ 20 ມັງກອນ, ອົງການ ສຳຫຼວດອາວະກາດ ຍີ່ປຸ່ນ (JAXA) ໄດ້ແຈ້ງໃຫ້ຊາບວ່າ: ຍານອາວະກາດ ສຳຫຼວດ ດວງຈັນ (SLIM) ຂອງປະເທດນີ້ໄດ້ຈອດລົງໜ້າດວງຈັນ, ພ້ອມທັງໃຫ້ຮູ້ວ່າ: ພວມດຳເນີນການກວດກາສະພາບປະຈຸບັນຂອງຍານອາວະກາດນີ້ ພາຍຫຼັງໄດ້ສ້າງການຕິດຕໍ່ພົວພັນໄດ້.   

        ຖ້າບັນລຸຜົນສຳເລັດ, ຍານອາວະກາດ SLIM, ເຊິ່ງໄດ້ເຂົ້າວົງໂຄຈອນ ໃນວັນທີ 25 ທັນວາ 2023, ຈະແມ່ນຍານອາວະກາດທຳອິດຂອງ ຍີ່ປຸ່ນ ໄດ້ເລີ່ມປະຕິບັດພາລະກຳຢູ່ ດວງຈັນ, ເຊື່ອມຕໍ່ບັນດາການຈອດລົງຂອງ ໂຊວຽດ, ອາເມລິກາ, ຈີນ ແລະ ອິນເດຍ. JAXA ຫວັງວ່າ, ການສຳຫຼວດນີ້ຈະປະກອບສ່ວນເຮັດແຈ້ງຕົ້ນກຳເນີດຂອງດວງຈັນ ດ້ວຍວິທີການດຳເນີນການໄຈ້ແຍກສ່ວນປະກອບຂອງຫີນປະເພດຕ່າງໆ, ສ່ວນໜຶ່ງຂອງດວງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ