ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ

(VOVWORLD) -ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ.
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ - ảnh 1ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ຕ້ອນຮັບ ທ່ານຮອງນາຍົກລັດຖະມົນຕີ, ສິງກະໂປ Heng Swee Keat
(ພາບ: TTXVN)

ຕອນບ່າຍວັນທີ 12 ກັນຍາ, ຢູ່ຮ່າໂນ້ຍ, ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ໄດ້ໂອ້ລົມສົນທະນາກັບທ່ານຮອງນາຍົກລັດຖະມົນຕີ, ການນຳຂັ້ນສູງພັກກະທຳປະຊາຊົນ (PAP) ສິງກະໂປ Heng Swee Keat ເນື່ອງໃນໂອກາດມາຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ.

        ທ່ານ ຫວໍວັນເທືອງ, ຜູ້ປະຈຳການຄະນະເລຂາສູນກາງພັກ ຢືນຢັນວ່າ, ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການພົວພັນຄູ່ຮ່ວມມືຍຸດທະສາດກັບ ສິງກະໂປ. ທ່ານສະເໜີໃຫ້ບາງທິດທາງເພື່ອແນໃສ່ຊຸກຍູ້ການຮ່ວມມື ແລະ ເພີ່ມທະວີການພົວພັນ 2 ຝ່າຍໃນໄລຍະຈະມາເຖິງ. 2 ຝ່າຍຄວນເພີ່ມທະວີການສົມທົບກັນຢ່າງແໜ້ນແຟ້ນຢູ່ບັນດາເວທີປາໄສຫຼາຍຝ່າຍ ເພື່ອຮັກສາສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

        ສ່ວນທ່ານຮອງນາຍົກລັດຖະມົນຕີ Heng Swee Keat ປາດຖະໜາວ່າ 2 ປະເທດສືບຕໍ່ຊຸກຍູ້ບັນດາມາດຕະການເພີ່ມທະວີການພົວພັນ 2 ຝ່າຍໃນທຸກຂົງເຂດ; ທ່ານປາດຖະໜາວ່າ 2 ພັກ, 2 ລັດ ສືບຕໍ່ເພີ່ມທະວີການແລກປ່ຽນບົດຮຽນ, ຮ່ຳຮຽນເຊິ່ງກັນ ແລະ ກັນ. ກ່ຽວກັບເສດຖະກິດ, 2 ປະເທດສາມາດເປີດກວ້າງການຮ່ວມມືໃນຫຼາຍຂົງເຂດໃໝ່, ມີຄວາມສາມາດບົ່ມຊ້ອນຫຼາຍຢ່າງຄື ການຕ້ານການປ່ຽນແປງຂອງດິນຟ້າອາກາດ, ການປ່ຽນແປງໃໝ່ປະດິດຄິດສ້າງ.

ຕອບກັບ

ຂ່າວ/ບົດ​ອື່ນ