ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ໃຫ້ຫຼາຍກວ່າເກົ່າ

(VOVWORLD) - ການນຳ 2 ທ່ານໄດ້ເຫັນດີກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງ 2 ປະເທດ.
ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ໃຫ້ຫຼາຍກວ່າເກົ່າ - ảnh 1ທ່ານປະທານສະພາແຫ່ງຊາດ ເວືອງດິ່ງເຫວະ ພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ Ebrahim Raisi
(ພາບ: TTXVN)

        ຍາມໃດ ຫວຽດນາມ ກໍ່ຖືເປັນສຳຄັນການຊຸກຍູ້ສາຍພົວພັນມິດຕະພາບ ແລະ ການຮ່ວມມືຫຼາຍດ້ານກັບ ອີຣານ ໃຫ້ດີກວ່າເກົ່າ. ນີ້ແມ່ນຄຳຢືນຢັນຂອງທ່ານປະທານສະພາແຫ່ງຊາດ ຫວຽດນາມ ເວືອງດິ່ງເຫວະ ທີ່ການພົບປະເຈລະຈາກັບທ່ານປະທານາທິບໍດີ ອີຣານ Ebrahim Raisi ໃນວັນທີ 08 ສິງຫາ, ຢູ່ນະຄອນຫຼວງ ເຕເຮຣານ. ການນຳ 2 ທ່ານໄດ້ເຫັນດີກ່ຽວກັບບັນດາມາດຕະການຊຸກຍູ້ການພົວພັນ 2 ຝ່າຍໃນໄລຍະຈະມາເຖິງໃຫ້ສອດຄ່ອງກັບຄວາມສາມາດບົ່ມຊ້ອນທີ່ໃຫຍ່ຫຼວງຂອງ 2 ປະເທດ. ຕາມນັ້ນແລ້ວ, 2 ຝ່າຍເຫັນດີເພີ່ມທະວີການແລກປ່ຽນຄະນະຜູ້ແທນທຸກຂັ້ນ, ທຸກຊ່ອງທາງ, ເພື່ອເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງໃຫ້ຫຼາຍກວ່າເກົ່າ. ກ່ຽວກັບເສດຖະກິດ, ເພີ່ມທະວີການຈັດບັນດາກິດຈະກຳສົ່ງເສີມການຄ້າ, ການລົງທຶນ, ເຊື່ອມຕໍ່ວິສາຫະກິດ, ທ້ອງຖິ່ນຂອງ 2 ປະເທດ; ຊຸກຍູ້ການຮ່ວມມືດ້ານການສຶກສາ - ບຳລຸງສ້າງ, ວິທະຍາສາດ - ເຕັກໂນໂລຊີ, ວັດທະນະທຳ - ສິລະປະ. 2 ຝ່າຍກໍ່ເຫັນດີສົມທົບກັນກະກຽມໃຫ້ກອງປະຊຸມຄັ້ງທີ 10 ຄະນະກຳມະການລະຫວ່າງລັດຖະບານ ຫວຽດນາມ - ອີຣານ ໃຫ້ເປັນຢ່າງດີ ແລະ ຊຸກຍູ້ການຜັນຂະຫຍາຍບັນດາກົນໄກຮ່ວມມື 2 ຝ່າຍອື່ນ ເພື່ອເປັນເອກະພາບບັນດາມາດຕະການຍົກສູງປະສິດທິຜົນການຮ່ວມມືລະຫວ່າງ 2 ປະເທດ.

        ທ່ານປະທານາທິບໍດີ ອີຣານ ປາດຖະໜາວ່າ, ສະພາແຫ່ງຊາດ 2 ປະເທດ ຈະສືບຕໍ່ສະໜັບສະໜູນ, ສວມບົດບາດຕັ້ງໜ້າໃນການກວດກາ ແລະ ຕິດຕາມການຜັນຂະຫຍາຍບັນດາຂໍ້ຕົກລົງລະຫວ່າງ 2 ປະເທດ.

ຕອບກັບ

ຂ່າວ/ບົດ​ອື່ນ