ຍາມໃດ ຫວຽດນາມ ກໍ່ເຄົາລົບການພົວພັນຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ

(VOVWORLD) - ຍີ່ປຸ່ນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ, ສັງຄົມ, ທີ່ຕັ້ງ, ບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ
 
ຍາມໃດ ຫວຽດນາມ ກໍ່ເຄົາລົບການພົວພັນຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 1ທ່ານປະທານປະເທດ  ຫງວຽນຊວັນຟຸກ ເຈລະຈາກັບທ່ານນາຍົກລັດຖະມົນຕີ Kishida Fumio
(ພາບ: TTXVN)

ໃນໄລຍະຢູ່ຢ້ຽມຢາມຍີ່ປຸ່ນ ເຂົ້າຮ່ວມບັນດາການເຄື່ອນໄຫວຂອງພິທີຊາປະນາກິດສົມລະດັບຊາດ ອະດີດນາຍົກລັດຖະມົນຕີ Abe Shinzo, ວັນທີ 26 ກັນຍາ, ທ່ານປະທານປະເທດ ຫວຽດນາມ ຫງວຽນຊວັນຟຸກ ໄດ້ດຳເນີນການເຈລະຈາກັບທ່ານນາຍົກລັດຖະມົນຕີ ຍີ່ປຸ່ນ Kishida Fumio.

        ທ່ານປະທານປະເທດ ຫງວຽນຊວັນຟຸກ ຢືນຢັນວ່າ ຍາມໃດ ຫວຽດນາມ ກໍ່ເຄົາລົບການພົວພັນຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ; ຖື ຍີ່ປຸ່ນ ແມ່ນຄູ່ຮ່ວມມືຍຸດທະສາດສຳຄັນ ແລະ ຍາວນານ, ສະໜັບສະໜູນ ຍີ່ປຸ່ນ ຕັ້ງໜ້າປະກອບສ່ວນເພື່ອສັນຕິພາບ ແລະ ການພັດທະນາຂອງພາກພື້ນ ແລະ ຢູ່ໃນໂລກ.

        ສ່ວນທ່ານນາຍົກລັດຖະມົນຕີ Kishida Fumio ຢືນຢັນວ່າ ຍີ່ປຸ່ນ ຖືການພົວພັນກັບ ຫວຽດນາມ ເປັນສຳຄັນ ແລະ ຕີລາຄາສູງບັນດາຜົນງານໃນການພັດທະນາເສດຖະກິດ, ສັງຄົມ, ທີ່ຕັ້ງ, ບົດບາດທີ່ນັບມື້ນັບສຳຄັນຂອງ ຫວຽດນາມ ຢູ່ພາກພື້ນ ແລະ ໃນໂລກ; ສືບຕໍ່ໜູນຊ່ວຍ, ສ້າງເງື່ອນໄຂສະດວກໃຫ້ປະຊາຄົມຊາວ ຫວຽດນາມ ດຳລົງຊີວິດ, ຮ່ຳຮຽນ ແລະ ເຮັດວຽກຢູ່ ຍີ່ປຸ່ນ.

        ການນຳ 2 ທ່ານໄດ້ເຫັນດີສືບຕໍ່ເພີ່ມທະວີຄວາມໄວ້ເນື້ອເຊື່ອໃຈດ້ານການເມືອງ ຜ່ານການຮັກສາການຢ້ຽມຢາມ, ພົບປະຂັ້ນສູງເປັນປະຈຳ; ຊຸກຍູ້ການຮ່ວມມືທາງການທູດ, ຄວາມໝັ້ນຄົງ, ການປ້ອງກັນຊາດ, ເສດຖະກິດ, ວັດທະນະທຳ… ການນຳ 2 ທ່ານກໍ່ເຫັນດີເພີ່ມທະວີການຮ່ວມມືພາຍຫຼັງໂລກລະບາດໂຄວິດ-19; ແລກປ່ຽນກ່ຽວກັບບາງບັນຫາພາກພື້ນ ແລະ ສາກົນທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ.

ຍາມໃດ ຫວຽດນາມ ກໍ່ເຄົາລົບການພົວພັນຍຸດທະສາດຢ່າງເລິກເຊິ່ງ, ກວ້າງຂວາງລະຫວ່າງ ຫວຽດນາມ - ຍີ່ປຸ່ນ - ảnh 2ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໄດ້ພົບປະກັບປະທານສະພາຕ່ຳຍີ່ປຸ່ນ Hosoda Hiroyuki
(ພາບ:TTXVN)

   ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ໄດ້ພົບປະກັບປະທານສະພາຕ່ຳຍີ່ປຸ່ນ Hosoda Hiroyuki. ທີ່ການພົບປະ, ທ່ານປະທານປະເທດຫວຽດນາມ ຫງວຽນຊວັນຝຸກ ຢືນຢັນວ່າ ຫວຽດາມ ຖືເປັນສຳຄັນ ແລະ ຢາກພ້ອມກັບຍີ່ປຸ່ນ ເພີ່ມທະວີການພົວພັນຄູ່ຮ່ວມມືຍຸດທະສາດເລິກເຊິ່ງກ້ວາງຂວາງກ່ວາອີກ ໂດຍສະເພາະແມ່ນໃນໂອກາດສອງປະເທດ ສະເຫຼີມສະຫຼອງ 50 ປີແຫ່ງວັນສ້າງຕັ້ງສາຍພົວພັນທາງການທູດໃນປີ 2023. ທ່ານປະທານປະເທດສະເໜີໃຫ້ສອງຝ່າຍ ສືບຕໍ່ເຮັດໃຫ້ການຮ່ວມມືໃນບັນດາຂົງເຂດເລິກເຊິ່ງກ່ວາອີກ ເພື່ອສືບຕໍ່ຄວາມປາດຖະໜາຂອງ ອະດີດນາຍົກລັດຖະມົນຕີ Abe Shinzo,  ໃນນັ້ນ ມີການເພີ່ມທະວີການແລກປ່ຽນຄະນະຜູ້ແທນຂັ້ນສູງ ແລະ ຂັ້ນຕ່າງໆ, ການຮ່ວມມືລະຫວ່າງສະພາແຫ່ງຊາດ, ບັນດາອົງການສ້າງກົດໝາຍສອງປະເທດ.

ສ່ວນທ່ານປະທານສະພາຕ່ຳຍີ່ປຸ່ນ Hosoda Hiroyuki ໄດ້ເນັ້ນໜັກເຖິງບົດບາດຂອງຫວຽດນາມ ຕໍ່ຍີ່ປຸ່ນ; ທ່ານຢືນຢັນຈະສະໜັບສະໜູນການຊຸກຍູ້ການພົວພັນ ໂດຍສະເພາະແມ່ນໃນການສ້າງພື້ນຖານໂຄງລ່າງ, ຖ່າຍຖອດເຕັກໂນໂລຊີ, ສົ່ງຜະລິດຕະພັນກະເສດຫວຽດນາມ ໄປຕະຫຼາດຍີ່ປຸ່ນ….ທ່ານກໍ່ສະແດງໃຫ້ເຫັນຄວາມປາດຖະໜາ ຢາກຕ້ອນຮັບທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິນເຫ້ວ ມາຢ້ຽມຢາມຍີ່ປຸ່ນ.

ສອງຝ່າຍໄດ້ເຫັນດີເປັນເອກະພາບ ຈະສືບຕໍ່ສົມທົບກັນຢ່າງແໜ້ນແຝ້ນ ໃນບັນດາບັນຫາສາກົນ, ສະໜັບສະໜູນບົດບາດ ແລະ ຫຼັກໝັ້ນຂອງ ອາຊຽນ, ປະກອບສ່ວນເຂົ້າໃນສັນຕິພາບ, ສະຖຽນລະພາບ, ການຮ່ວມມື ແລະ ພັດທະນາຢູ່ພາກພື້ນ ແລະ ໃນໂລກ.

ຕອບກັບ

ຂ່າວ/ບົດ​ອື່ນ