ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ ແລະ ມີບັນດານະໂຍບາຍໜູນຊ່ວຍແມ່ຍິງພັດທະນາ

ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ ແລະ ມີບັນດານະໂຍບາຍໜູນຊ່ວຍແມ່ຍິງພັດທະນາ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫງວຽນ​ທ້ຽນ​ເຍີ​ນ ເຂົ້າຮ່ວມ​ກອງ​ປະຊຸມ
(ພາບ: qdnd.vn)


(vovworld) - ​ໃນ​ໄລ​ຍະ 10 ປີຜ່ານມາ, ບັນດາ​ຂະ​ບວນການ ​ແລະ ບັ້ນ​ຂົນຂວາຍ​ໂດຍ​ສະຫະພັນ​ແມ່ຍິງ ຫວຽດນາມ ປຸກ​ລະ​ດົມຄື “​ແມ່​ຍິງ​ຊ່ວຍ​ເຫຼືອ​ເຊິ່ງກັນ ​ແລະ ກັນ​ເພື່ອ​ພັດທະນາ​ເສດຖະກິດ”, “ຊ່ວຍ​ແມ່ຍິງ​ທຸກ​ຍາກ​ມີ​ເຮືອນ​ຢູ່”, “​ເຮືອນ​ແຫ່ງ​ສາຍ​ຈິດ​ມິດ​ໃຈ”... ​ໄດ້​ດຶງ​ດູດ​​ແມ່ຍິງ​ເຂົ້າ​ຮ່ວມ​ເປັນ​ຈຳນວນ​ຫຼວງ​ຫຼາຍ, ສ້າງ​ກຳລັງ​ໜູນ​ທີ່​ໃຫຍ່​ຫຼວງ. ກ່າວ​ຄຳ​ເຫັນ​ທີ່​ກອງ​ປະຊຸມຍ້ອງຍໍ​ຊົມເຊີຍແບບຢ່າງ​ແມ່ຍິງ​​ສ້າງ​ເສດຖະກິດ​ເກັ່ງທີ່​ດີ​ເດັ່ນທົ່ວປະ​ເທດ​ໄລຍະ 2002 – 2013, ​ເຊິ່ງດຳ​ເນີນ​ໄປ​ໃນ​ຕອນ​ເຊົ້າ​ວັນ​ທີ 02 ຕຸລາ, ຢູ່​ຮ່າ​ໂນ​້ຍ, ທ່ານ​ຮອງ​ຍາ​ຍົກ​ລັດຖະມົນຕີ ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ຍ້ອງຍໍຊົມເຊີຍ ​ແລະ ອວຍພອນ​ໝາກຜົນ​ທີ່​ສະຫະພັນ​ແມ່ນ​ຍິງ​ທຸກ​ຂັ້ນ​ບັນລຸ​ໄດ້ ​ໃນ​ວຽກ​ງານລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ຮອງ​ນາຍົກລັດຖະມົນ​ຕີ​ຫງວຽນ​ທ້ຽນ​ເຍີ​ນ ຢືນຢັນ​ວ່າ.

        “ຫວຽດນາມ ​ໄດ້​ຮັບການ​ຕີ​ລາຄາ​ວ່າ ​ແມ່ນ​ ຈຸດສະຫວ່າງສະໄຫວກ່ຽວ​ກັບ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ​ໄດ້​ສຳ​ເລັດ​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ສະ​ວັດ​ກ່ຽວ​ກັບ​ການລົບ​ລ້າງ​ຄວາມ​ອຶດຫິວ, ຫຼຸດຜ່ອນ​ຄວາມທຸກ​ຍາກ ກ່ອນ​ກຳນົດ​ເວລາ 3 ປີ. ​ໃນ​ຜົນງານ​ລວມນັ້ນ ມີ​ການ​ປະກອບສ່ວນຢ່າງ​ຕັ້ງ​ໜ້າ​ຂອງ​ສະຫະພັນ​ແມ່ຍິງ​ຫວຽດນາມ ພ້ອມ​ກັບ​ເອື້ອຍ​ນ້ອງ​ແມ່ຍິງໃນ​ທົ່ວ​ປະ​ເທດ. ສະຫະພັນ​ແມ່ຍິງທຸກ​ຂັ້ນໄດ້​ຜັນ​ຂະຫຍາຍ​ບັນດາ​ຂະ​ບວນການ​ຢ່າງ​ແທດ​ຈິງ ​ແລະ ມີ​ປະສິດທິ​ຜົນ. ການ​ເຄື່ອນ​ໄຫ​ວຂອງ​ສະຫະພັນ​ບໍ່​ພຽງ​ແຕ່​ດຶງ​ດູດ​ຄວາມ​ສົນ​ໃຈ ​ແລະ ການ​ເຂົ້າ​ຮ່ວມ​ຂອງ​ແມ່ຍິງ​ເທົ່າ​ນັ້ນ ຫາກ​ຍັງ​ໄດ້​ຮັບ​ການ​ສະໜັບ​ສະ​ໜູນ​ຈາກອຳນາດ​ການ​ປົກຄອງ​ທຸກ​ຂັ້ນ, ຂຸດ​ຄົ້ນບັນດາ​ກົນໄກ​ສິນ​ເຊື່ອ​ພາຍ​ໃນ​ປ​ະ​ເທດ ​ແລະ ສາກົນ​ເປັນ​ຢ່າງ​ດີ ​ເພື່ອ​ໜູນ​ຊ່ວຍບັນດາ​ຄອບຄົວ ​ແລະ ​ແມ່ຍິງ​ເຮັດ​ເສດຖະກິດ​ຢ່າງ​ແທດ​ຈິງ​ອີກ​ດ້ວຍ”.

ຍາມໃດ ຫວຽດນາມ ກໍ່ເອົາໃຈໃສ່ ແລະ ມີບັນດານະໂຍບາຍໜູນຊ່ວຍແມ່ຍິງພັດທະນາ - ảnh 2
ທ່ານ​ປະທານ​ປະ​ເທ​ດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ພົບ​ປະ​ກັບ​ບັນດາ​ແບບຢ່າງ​ສ້າງ​​ເສດຖະກິດ​ເກັ່ງ
(ພາບ: Thống Nhất/TTXVN)

ກ່ອນໜ້ານັ້ນ, ກ່າວ​ຄຳ​ເຫັນ​ທີ່​ການ​ພົບ​ປະ​ກັບ​ບັນດາ​ແບບຢ່າງ​ສ້າງ​​ເສດຖະກິດ​ເກັ່ງ, ​ເນື່ອງ​ໃນ​ໂອກາດ​ມານະ​ຄອນ​ຫຼວງ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຍ້ອງຍໍ​ຊົມ​ເຊີຍ​ແມ່​ຍິງ​ສ້າງ​​ເສດຖະກິດ​ເກັ່ງ​ທົ່ວ​ປະ​ເທດ 2013 ​ແລະ ວັນ​ແມ່ຍິງ​ປະດິດຄິດສ້າງ 2013, ທ່ານ​ປະທານ​ປະ​ເທ​ດ ຫວຽດນາມ ​ເຈືອງ​ເຕີນ​ຊາງ ​ເນັ້ນ​ໜັກ​ວ່າ: ​ເພື່ອ​ບັນລຸ​ໄດ້​ຈຸດໝາຍຫຼຸດ​ພົ້ນ​ອອກ​ຈາກ​ສະພາບປະ​ເທດ​ດ້ອຍ​ພັດທະນາ ​ເລື່ອງ​ຍູ້​ແຮງ​ຂະ​ບວນການ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸ​ດຜ່ອນ​ຄວາມທຸກ​ຍາກ, ບື່ນຕົວຂຶ້ນ​​ສ້າງ​ເສດຖະກິດ​ເກັ່ງ​ຖືກ ຫວຽດນາມ ​ເອົາ​ໃຈ​ໃສ່​ທີ່​ສຸດ. ຈາກ​ບັນດາ​ປັດ​ໄຈ​ແບບຢ່າງ​ນີ້, ບັນດາ​ທ້ອງ​ຖິ່ນ​ຄວນ​ທະວີ​ຄຸນ​ຮູບ​ແບບ, ບົດຮຽນ​ດີ, ​ແບ່ງປັນ​ບົດຮຽນ, ສະ​ເໜີ​ມາດ​ຕະການ​ເພື່ອ​​ໃນ​ໄລຍະ​ຈະ​ມາ​ເຖິງ​ມີ​ຫຼາຍ​ແບບຢ່າງ​ແມ່ຍິງ​ສ້າງ​​ເສດຖະກິດ​ເກັ່ງ​ຫຼາຍ​ກ່ວາ​ອີກ. ທ່ານ​ປະທານ​ປະ​ເທດ ​ກໍ່​ສະ​ເໜີ​ໃຫ້​ສະຫະພັນ​ແມ່ຍິງ ຫວຽດນາມ ຄວນ​ສົມທົບ​ຢ່າງ​ແໜ້ນ​ແຟ້ນກັບ​ບັນດາ​ຂະ​ແໜງ​ການ, ບັນດາ​ທະນາຄານ​ນະ​ໂຍບາຍ​ສັງຄົມ ​ແລະ ວິ​ສາ​ຫະກິດ​ເພື່ອ​ແກ້​ໄຂ​ຄວາມ​ຫຍຸ້ງຍາກກ່ຽວ​ກັບ​ກົນ​ໄກ​ສ້າງ​ເງື່ອນ​ໄຂ​​ດີ​ທີ່​ສຸດ ບໍ່​ພຽງ​ແຕ່​ໃຫ້​​ເອື້ອຍ​ນ້ອງແມ່ຍິງ ​ເທົ່າ​ນັ້ນ ຫາກ​ຍັງ​ໃຫ້​ບັນດາ​ຄອບຄົວ​ບື່ນຕົວ​ຂຶ້ນ​ສ້າງ​ເສດ​ຖະກິດອີກ​ດ້ວຍ. ສ່ວນ​ບັນດາ​ຜູ້​ແທນ​ຫວັງ​ວ່າ: ພັກ, ລັດ ຄວນ​ມີ​ກົນ​ໄກ​ນະ​ໂຍບາຍ​ໜູນ​ຊ່ວຍ​ກ່ຽວ​ກັບ​ແຫຼ່ງທຶນ​ບຸລິມະສິດ, ມີ​ມາດ​ຕະການ​ແກ້​ໄຂ​ສົ້ນ​ອອກ​ໃຫ້​ຜະລິດ​ຕະພັນ, ​ເພີ່ມ​ທະວີ​ການ​ປຶກສາ​ດ້ານ​ກົດໝາຍ​ໃຫ້​​ເອື້ອຍ​ນ້ອງ​ແມ່ຍິງ ​ເພື່ອ​ປະກອບສ່ວນ​ຊ່ວຍ​​ເຂົາ​ເຈົ້າ ສາມາດ​ບື່ນຕົວ​ຂຶ້ນ​ສ້າງ​ເສດຖະກິດ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ.

 

ຂ່າວ/ບົດ​ອື່ນ