ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຄູອາຈານລຸ້ນຕ່າງໆໃນພາລະກິດກໍ່ສ້າງລຸ້ນຄົນໃນອະນາຄົດ

(VOVWORLD) -ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາຄູອາຈານຈະສືບຕໍ່ຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ
ຍາມໃດກໍ່ສະແດງຄວາມຮູ້ບຸນຄຸນຄູອາຈານລຸ້ນຕ່າງໆໃນພາລະກິດກໍ່ສ້າງລຸ້ນຄົນໃນອະນາຄົດ - ảnh 1(ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ກ່າວຄຳເຫັນທີ່ພິທີ)

        ຕອນເຊົ້າວັນທີ 19 ພະຈິກ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິນຈິງ ໄດ້ເຂົ້າຮ່ວມພິທີສະເຫຼີມສະຫຼອງ 40 ປີແຫ່ງວັນຄູແຫ່ງຊາດ ຫວຽດນາມ. ເຫດການໂດຍກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ຈັດຂຶ້ນຢູ່ ຮ່າໂນ້ຍ.

        ກ່າວຄຳເຫັນຢູ່ທີ່ນີ້, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ປາດຖະໜາວ່າ ບັນດາຄູອາຈານຈະສືບຕໍ່ຮ່ຳຮຽນ, ສະສົມຄວາມຮູ້, ບົດຮຽນ, ຍົກສູງລະດັບວິຊາສະເພາະຢ່າງບໍ່ຢຸດຢັ້ງ; ຕັ້ງໜ້ານຳໃຊ້ວິທະຍາສາດເຕັກໂນໂລຊີເຂົ້າໃນບົດສອນ, ຜ່ານນັ້ນ ປະກອບສ່ວນບຳລຸງສ້າງໃຫ້ລຸ້ນຄົນໃນອະນາຄົດຂອງປະເທດຊາດ. ທ່ານກ່າວວ່າ:

        “ມື້ນີ້, ພວກເຮົາທັງໝົດລ້ວນແຕ່ສະແດງນ້ຳໃຈ, ຄວາມຮູ້ບຸນຄຸນ, ຄຳອວຍພອນ, ຮອຍຍີມ, ດອກໄມ້ເພື່ອມອບໃຫ້ບັນດາຄູອາຈານຢູ່ທຸກແຖບຖິ່ນຂອງປະເທດຊາດ. ບັນດາຄູອາຈານ ໄດ້ ແລະ ຍາມໃດກໍ່ແມ່ນແບບຢ່າງ, ແມ່ນຜູ້ເບິ່ງແຍງດູແລ, ຫຼໍ່ລ້ຽງໜໍ່ແໜງຂອງຊາດ… ເພື່ອໃຫ້ສັງຄົມນັບມື້ນັບດີງາມກວ່າ, ປະເທດ ຫວຽດນາມ “ເທົ່າທຽມກັບບັນດາປະເທດມະຫາອຳນາດຢູ່ 5 ທະວີບໃນໂລກ” ຄືດັ່ງຄວາມຫວັງຂອງປະທານ ໂຮ່ຈີມິນ ຜູ້ຍິ່ງໃຫຍ່”.

        ໃນໄລຍະພັດທະນາໃໝ່ຂອງປະເທດຊາດ, ທ່ານນາຍົກລັດຖະມົນຕີ ຟ້າມມິນຈິງ ເຊື່ອໝັ້ນວ່າ, ດ້ວຍຄວາມມານະພະຍາຍາມຢ່າງໃຫຍ່ຫຼວງກວ່າ, ຄວາມຕັດສິນໃຈ, ຄວາມສຸດຈິດສຸດໃຈ, ນ້ຳໃຈຄວາມສາມັກຄີ ແລະ ມີຄວາມຮັບຜິດຊອບຫຼາຍກວ່າ, ຖັນແຖວຄູອາຈານ ຈະແກ້ໄຂທຸກຄວາມຫຍຸ້ງຍາກ, ສິ່ງທ້າທາຍ, ສູ້ຊົນໃຫ້ກາຍເປັນຄູອາຈານທີ່ດີ, ເພື່ອໃຫ້ອາຊີບຄູສອນຍາມໃດກໍໄດ້ຮັບການເຊີດຊູ, ແມ່ນອາຊີບສູງສົ່ງທີ່ສຸດໃນບັນດາອາຊີບສູງສົ່ງ, ເພື່ອອະນາຄົດທີ່ສົດໃສຂອງປະເທດຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ