ຍາມໃດພັກ,ລັດກໍ່ເອົາໃຈໃສ່,ເບິ່ງແຍງດູແລໃຫ້ຊີວິດການເປັນຢູ່ຂອງຊາວເຜົ່າຂະແມ

ຍາມໃດພັກ,ລັດກໍ່ເອົາໃຈໃສ່,ເບິ່ງແຍງດູແລໃຫ້ຊີວິດການເປັນຢູ່ຂອງຊາວເຜົ່າຂະແມ - ảnh 1
ຄະນະ​ຊີ້​ນຳ​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ອວຍພອນປີໃໝ່
ຢູ່ວັດKhmer MuniRensây ນະຄອນເກີເທີ
(ພາບ: Duy Khương/TTXVN)


(vovworld) - ​​ວັນ​ທີ 9/4, ຄະນະ​ຊິ້ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ພ້ອມ​ກັບ​ການ​ນຳ​ບັນດາ​ພະ​ແນ​ກ, ຂະ​​ແໜງ​ການ​ນະຄອນ ​ເກີນ​ເທີ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ ​ແລະ ອວຍພອນ​ປີ​ໃໝ່​ພະນັກງານ​ກິນ​ເບ້ຍ​ບຳນານ​ຊາວ​ຂະ​ແມ, ສະມາຄົມ​ສາມັກຄີພະສົງ​ຮັກ​ຊາດ, ​ວັດວາ​ອາ​ຮາມ​ຂະ​ແມຫຼາຍ​ແຫ່ງ ​ແລະ ພໍ່​ແມ່​ປະຊາຊົນຊາວ​ເຜົ່າ​ຂະ​ແມ​ນະຄອນ ​ເກີນ​ເທີ ​ເນື່ອງ​ໃນ​ໂອກາດ​ບຸນປີ​ໃໝ່​ Chol Chnam Thmay. ທ່ານ ​ຫງວຽນ​ຟອງ​ກວາງ, ຮອງ​ຫົວໜ້າ​ຄະນະ​ປະຈຳການ​ຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້, ​ໃຫ້​ຮູ້​ວ່າ: ​ໃນ​ຊຸມ​ປີຜ່ານມາ, ຍາມ​ໃດ​ພັກ, ລັດ​ກໍ່​ເອົາ​ໃຈ​ໃສ່, ​ເບິ່ງ​ແຍງ​ດູ​ແລ​​ເຖິງ​ຊີວິດ​ການ​ເປັນ​ຢູ່​ຂອງ​​ປະຊາຊົນ​ຂະ​ແມ, ພິ​ເສດ​ແມ່ນ​ບັນດາ​ຄອບຄົວ​ທີ່​ທຸກ​ຍາກ ​ແລະ ຄອບຄົວ​ໃກ້​ຈະ​ຕົກ​ຢູ່​ໃນ​ມາດຖານທຸກ​ຍາກ. ​ໃນ​ໄລຍະ​ຈະ​ມາ​ເຖິງ, ນອກ​ຈາກ​ບັນດາ​ນະ​ໂຍບາຍ​ຂອງ​ພັກ, ລັດ, ​ຄະນະ​ຊີ້​ນຳເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ຈະຫັນ​ເປັນ​ບັນຫາ​ສັງຄົມ, ​ຮ້ຽກຮ້ອງນັກອຸ​ປະຖຳສະຫງວນ​ບັນດາ​ໂຄງການບຳລຸງ​ສ້າງວິຊາຊີບ, ນະ​ໂຍບາຍ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ບັນດາ​ຄອບຄົວ​ຊາວ​ຂະ​ແມ​ທີ່ທຸກ​ຍາກ ​ແລະ ຄອບຄົວ​ໃກ້​ຈະ​ຕົກ​ຢູ່​ໃນ​ມາດຖານທຸກ​ຍາກນະຄອນ ​ເກີນ​ເທີ ກໍ່​ຄື​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້.

        ​ແລະ​ກໍ່​ໃນ​ວັນ​ດຽວ​ກັນ, ຄະນະ​ປະຕິບ​ັດງານຂອງ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້ ​ໂດຍ​ທ່ານ ​ເຈິ​ນຟີ​ໂຫ, ຮອງ​ຫົວໜ້າ​ຄະນະ​ຊີ້​ນຳ​​ເຂດຕາ​ເວັນ​ຕົກ​ພາກ​ໃຕ້ ​ເປັນ​ຫົວ​ໜ້າ​ຄະນະ, ​ໄດ້​ລົງ​ຢ້ຽມຢາມ, ມອບ​ຂອງຂວັນ​​ໃຫ້ສະມາຄົມ​ສາມັກຄີພະສົງ​ຮັກ​ຊາດ​ແຂວງ ຊອກ​ຈັງ ​ແລະ ​ວັດວາ​ອາ​ຮາມ​ຂະ​ແມ​ຈຳນວນ​ໜຶ່ງຢູ່​ແຂວງ ຊອກ​ຈັງ.

ຂ່າວ/ບົດ​ອື່ນ