ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ ການພົວພັນກັບ ອິນໂດເນເຊຍ

ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນ ແລະ ໃຫ້ບຸລິມະສິດຊຸກຍູ້ ການພົວພັນກັບ ອິນໂດເນເຊຍ - ảnh 1
(ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ Sifarto Danusubroto)


(vovworld) - ​ໂດຍ​ໄດ້​ຮັບ​ຄຳ​ເຊີນຈາກ​ທ່ານ​ປະທານ​ສະພາ​ແຫ່ງຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ Sifarto Danusubroto ​ໄດ້​ນຳ​ໜ້າ​ຄະນະ​ຜູ້​​ແທນ​ຂັ້ນ​ສູງ​ສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ, ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ເຊົ້າ​ວັນ​ທີ 03/03, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ມີ​ການ​ເຈລະຈາ​ກັບ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ Sifarto Danusubroto.

        ທ່ານ​ປະທານ​ສະພາ​​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ເຊື່ອ​ໝັ້ນ​ວ່າ ການ​ຢ້ຽມຢາມ​ຈະ​ປະກອບສ່ວນ​ຮັດ​ແໜ້ນ​ການ​ພົວພັນ​ລະຫວ່າງ 2 ອົງການ​ນິຕິ​ບັນ​ຍັດ​ເວົ້າ​ສະ​ເພາະ ​ແລະ ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ ​ແລ​ະ ການ​ຮ່ວມ​ມື​ອັນ​ດີງາມ​ລະຫວ່າງ​ຫວຽດນາມ - ອິນ​ໂດ​ເນ​ເຊຍ ​ເວົ້າ​ລວມ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ 2 ສະພາ​ແຫ່ງ​ຊາດ​ພ້ອມ​ກັນ​ສົມທົບ​ກັນ​ຍູ້​ແຮງ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ; ປະກອບສ່ວນ​ໃຫ້​ແກ່​ສັນຕິພາບ, ສະຖຽນ​ລະ​ພາບ ​ແລະ ການພັດທະນາ​ຢູ່​ພາກ​ພື້ນ​, ຍົກ​ສູງ​ຄວາມ​ຜູກ​ພັນ​ກັນລະຫວ່າງ​ບັນດາ​ປະ​ເທດສະມາຊິ​ກອາ​ຊຽນ ຍິ່ງ​ກວ່າ​ອີກ ​ໃນ​ວິວັດ​ການ​ກໍ່ສ້າງ​ປະຊາ​ຄົມ​ອາ​ຊຽນ ​​ໃຫ້​ສຳ​ເລັດໃນ​ປີ 2015.

        ສ່ວນ​ທ່ານ​ປະທານສະພາ​ແຫ່ງ​ຊາດ ອິນ​ໂດ​ເນ​ເຊຍ Sifarto Danusubroto ​ໄດ້​ເຫັນ​ດີ​ກັບ​ທ່ານ​ປະທານ​ສະພາ​ແຫ່​ງຊາດ​ ຫງວຽນ​ຊິງ​ຮຸ່ງ ​ໃນ​ການ​ຊຸກຍູ້​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ 2 ປະ​ເທດ, ​ໂດຍ​ສະ​ເພາະ​ແມ່ນ​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ, ການ​ສຶກສາ.

ຂ່າວ/ບົດ​ອື່ນ