ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດໃນປະຊາຄົມໃຊ້ພາສາຝລັ່ງ

ຍາມໃດຫວຽດນາມ ກໍ່ຖືເປັນສຳຄັນການພົວພັນກັບບັນດາປະເທດໃນປະຊາຄົມໃຊ້ພາສາຝລັ່ງ - ảnh 1
ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ
ຕ້ອນຮັບລັດຖະມົນຕີ​ຜູ້​ຮັບຜິດຊອບ​ດ້ານ​ພາສາ​ຝລັ່ງ
(ພາບ: TTXVN)


(vovworld) - ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ກັບ​ບັນດາ​ປະ​ເທດ​ໃນ​ປະຊາ​ຄົມ​ໃຊ້​ພາສາ​ຝລັ່ງ, ນັ້ນ​ແມ່​ນຄຳ​ຢືນຢັນ​ຂອງ​ທ່ານ​ນາງ​ຮອງ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນທິຢວານ ​​ໃນ​ການ​ຕ້ອນຮັບ​ລັດຖະມົນຕີ​ຜູ້​ຮັບຜິດຊອບ​ດ້ານ​ພາສາ​ຝລັ່ງ ຂອງຝລັ່ງ ທ່ານນາງ​ Yamia Benguigui ​ໃນ​ວັນ​ທີ 18 ຕຸລາ, ທີ່​ຮ່າ​ໂນ້ຍ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຫງວຽນທິຢວານ ​ເນັ້ນ​ໜັກ​ວ່າ, ​ເລື່ອງ​ຫວຽດນາມ ​ເຂົ້າ​ຮ່ວມ​ປະຊາ​ຄົມ​​ໃຊ້ພາສາ​ຝລັ່ງ ​ແມ່ນ​ການ​ຫັນ​ທິດ​ທາງ​ການ​ຕ່າງປະ​ເທດ​ເປັນ​ຫຼາຍ​ຝ່າຍ ​ແລະ ຫຼາຍຮູບ​ຫຼາຍ​ແບບ​ໃນ​ການ​ພົວພັນ​ກັບ​ສາກົນ, ​ເປັນ​ເຈົ້າ​ການ​ເຊື່ອມ​ໂຍງ​ເຂົ້າ​ກັບ​ສາກົນ, ຜ່ານ​ນັ້ນ ປະກອບສ່ວນ​​ເຂົ້າ​ໃນການ​ແກ້​ໄຂ​ບັນດາ​ບັນ​ຫາ​ທົ່ວ​ໂລກ. ປະຊາ​ຄົມ​​ໃຊ້ພາສາ​ຝລັ່ງ ຍັງ​ແມ່ນ​ບ່ອນ​ຊ່ວຍ​ໃຫ້​ຫວຽດນາມ ຊຸກຍູ້​ການ​ພົວພັນ​ທຸກ​ດ້ານ​ກັບ​ສະມາຊິກ​ໃນປະຊາ​ຄົມ​​ໃຊ້ພາສາ​ຝລັ່ງ, ພິ​ເສດ​ແມ່ນ​ກັບ​ຝລັ່ງ ​ແລະ ບັນດາ​ປະ​ເທດ​ອາ​ຟລິ​ກາ ​ທີ່​​ໃຊ້ພາສາ​ຝລັ່ງ. ທ່ານ​ນາງ​ຮອງ​ປະທານ​ປະ​ເທດ ຊີ້​ແຈ້ງວ່າ, ຫວຽດນາມ ສະໜັບສະໜູນ​ອົງການ​ໃຊ້​ພາສາ​ຝລັ່ງ (OIF) ສືບຕໍ່ຊຸກຍູ້​ບັນດາ​ການ​ເຄື່ອນ​ໄຫວ​ໃນ​ຂົງ​ເຂດ​ຕ່າງໆ​ຄື: ການ​ເມືອງ, ການ​ສຶກສາ, ວັດທະນະທຳ ​ແລະ ພັດທະນາ.
ໃນວັນດຽກັນ, ທ່ານນາງຮອງປະທານສະພາແຫ່ງຊາດ ຫຕ່ອງທິຟ໋ອງ ກໍ່ໄດ້ໃຫ້ການຕ້ອນຮັບທ່ານນາງ Yamia Benguigui ຢ່າງສະໜິດສະໜົມ.

ຂ່າວ/ບົດ​ອື່ນ