ຍາມໃດຫວຽດນາມ ກໍໃຫ້ບຸລິມະສິດ ສູງສຸດແກ່ການເພີ່ມທະວີການຮ່ວມມືຮອບດ້ານກັບລາວ

ຍາມໃດຫວຽດນາມ ກໍໃຫ້ບຸລິມະສິດ ສູງສຸດແກ່ການເພີ່ມທະວີການຮ່ວມມືຮອບດ້ານກັບລາວ - ảnh 1
ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມາ​ລີ ​ໄຊ​ຍະ​ສອນ
ຕ້ອນຮັບທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ
(ພາບ: chinhphu.vn)

(vovworld) -     ​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ລາວ, ວັນ​ທີ 25/02, ຢູ່​​ເທດສະບານ​ເມືອງ ອັດ​ຕະປື, ທ່ານ​ເລຂາທິການ​ໃຫຍ່, ປະທານ​ປະ​ເທດ​ລາວ ຈຸມມາ​ລີ ​ໄຊ​ຍະ​ສອນ ​ໄດ້​ໃຫ້ການ​ຕ້ອນຮັບທ່ານ​ຮອງ​ນາຍົກລັດຖະມົນຕີຫວຽດນາມ ຫງວຽນ​ຊວນ​ຟຸກ, ປະທານຄະນະ​ກຳມາ​ທິການຮ່ວມ​ມື​ຫວຽດນາມ - ລາວ. ທີ່​ການ​ຕ້ອນຮັບ, ທ່ານ​ຮອງ​ນາຍົກລັດຖະມົນ​ຕີ ຫງວຽນ​ຊວນ​ຟຸກ ຢືນຢັນ​ວ່າ, ຍາມ​ໃດຫວຽດນາມ ກໍ​ຖື​ເປັນ​ສຳຄັນ ​ແລະ ໃຫ້​ບຸລິມະສິດ​ສູງສຸດ​ແກ່​ການປັບປຸງ ​ແລະ ​ເພີ່ມ​ທະວີ​ສາຍ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຄວາ​ມສາມັກຄີ​ແບບ​ພິ​ເສດ ​ແລະ ການ​ຮ່ວມ​ມື​ຮອບດ້ານ​ກັບ​ລາວ. ທ່ານ​ຮອງ​ນາຍົກລັດຖະມົນຕີຢືນຢັນ​ວ່າ ຈະ​ຊີ້​ນຳ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຕ່າງໆຂອງ​ຫວຽດນາມ ປະຕິບັດ​ບັນດາ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການສຶກສາ​ບຳລຸງ​ສ້າງ, ການປ້ອງ​ກັນຊາ​ດປ້ອງ​ກັນ​ຄວາມ​ສະຫງົບ​ກັບ​ບັນດາ​ກະຊວງ, ຂະ​ແໜງ​ການ ​ແລະ ທ້ອງ​ຖິ່ນ​ຂອງ​ລາວ ຢ່າງ​ຕັ້ງໜ້າ, ​ເພື່ອ​ສ້າງ​ການ​ຫັນປ່ຽນ​ຢ່າງ​​ເຫັນ​ໄດ້​ຊັດ​ໃນ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ໂດ​ຍສະ​ເພາະ​ແມ່ນ​ໃນ​ບັນດາ​ຂົງ​ເຂດ​ເສດຖະກິດ, ການ​ຄ້າ, ການ​ລົງທຶນ ​ແລະ ສຶກສາ​ບຳລຸງ​ສ້າງ.

ແລະ​ກໍ​ໃນ​ຕອນ​ຄໍ່າ​ວັນ​ດຽວ​ກັນ, ຢູ່​ເທດສະບານ​ເມືອງ ອັດ​ຕະປື, ການ​ນຳ​ພັກ, ລັດຖະບານ 2 ປະ​ເທດ ​ແລະ ລາວ ​ໄດ້​ມີ​ການ​ພົບ​ປະ​ກັບບັນດາ​ນັກ​ລົງທຶນ​ຫວຽດນາມ ຢູ່​ລາວ. ປະຈຸ​ບັນ, ຫວຽດນາມ ມ​ີ 222 ​ໂຄງການ​ລົງທຶນ​ຢູ່​ລາວ ດ້ວຍ​ຍອດ​ຈຳນວນ​ເງິນ​ລົງ​ທຶນ​ປະມານ 3,8 ຕື້ USD.

​ໃນ​ຂອບ​ເຂດ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ສປປລາວ, ຕອນ​ເຊົ້າ​ວັນ​ທີ 26/02, ທ່ານ​ຮອງ​ນາຍົກລັດຖະມ​ົນຕີ ຫງວຽນ​ຊວງ​ຟຸກ ​ໄດ້​ເຂົ້າ​ຮ່ວມ​ພິທີ​ເລີ່​ມລົງມື​ກໍ່ສ້າງ​ເຂດ​ອະນຸສາ​ວະລີ​ເຈົ້າ​ຊີວິດ ​ໄຊ​ເສດ​ຖາ​ທິລາດ, ​ເຈົ້າ​ຊີວິດ​ທີ່ປີ​ຊາ​ສາມາດໃນ​ປະ​ຫວັດ​ສາດ​ຂອງ​ຊາດ​ລາວ ​ສະ​ໄໝ​ລາຊະ​ອານາຈັກ​ລ້ານ​ຊ້າງ​ທີ່​ຈະ​ເລີ​ນຮຸ່ງ​ເຮືອງໃນ​ສະຕະວັດ​ທີ 14. ນອກຈາກ​ນັ້ນ, ​ເພີ່ມ​ຍັງ​ແມ່ນ​ຜູ້​ທີ່​ມີ​ຜົນງານ​ໃນ​ການ​ສົ່ງ​ເສີມ ​ແລະ ນຳ​ໃຊ້​ອັກສອນ​ລາວ​ປະຈຸ​ບັນ ກໍ​ຄືຕົກລົງ​ຍ້າຍ​ເມືອງ​ຫຼວງ​ຈາກກຸງ​ເກົ່າ​ຫຼວງ​ພະ​ບາງ ​ມາ​ວຽງ​ຈັນ.

​ໂຄງການ​ມີ​ເນື້ອ​ທີ 19.000 ຕາລາງ​ແມດ, ດ້ວຍ​ຍອດ​ຈຳນວນ​ເງິນລົງ​ທຶນ​ແມ່ນ 2,1 ລ້ານ USD, ​​ເຊິ່ງແມ່ນ​ຂອງຂວັນ​ຂອງ​ທະນາຄານ​ລົງ​ທຶນ ​ແລະ ພັດ​ທະນາຫວຽດນາມ (BIDV) ​ແລະ ກຸ່ມ​ບໍລິສັດ ຮ່ວາງ​​ແອ​ງຢາ​ລາຍ.

ຂ່າວ/ບົດ​ອື່ນ