ຍາມໃດຫວຽດນາມກໍ່ ສະໜັບສະໜູນສີລັງກາ ໃນພາລະກິດພັດທະນາ, ໄກ່ເກ່ຍປອງດອງຊາດ


 
ຍາມໃດຫວຽດນາມກໍ່ ສະໜັບສະໜູນສີລັງກາ ໃນພາລະກິດພັດທະນາ, ໄກ່ເກ່ຍປອງດອງຊາດ - ảnh 1

(ພາບ: TTXVN)

 (vovworld)- ​ ​ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ​ທ່ານ​ທູດ​ພິ​ເສດ​ຂອງ​ປະທານາທິບໍດີ​ສີ​ລັງກາ D.E.W Gunasekera ​ເນື່ອງ​ໃນ​ໂອກາດ​ທ່ານ​ມາ​ຢ້ຽມຢາມ​ຫວຽດນາມ​ເມື່ອວັນທີ 23/1, ທ່ານ​ປະທານ​ປະ​ເທດ​ຫວຽ​ດນາມ ​ເຈືອງ​ເຕີນ​ຊາງ ຖື​ວ່າ: ​ໃນ​ດ້ານ​ການ​ເມືອງ ການ​ທູດ, ສອງ​ປະ​ເທດ​ບັນລຸ​ໄດ້​ໝາກຜົນ​ທີ່​ຈົບງາມ. ​ໃນ​ດ້ານ​ເສດຖະກິດການ​ຄ້າ, ກະສິກຳ, ຫວຽດນາມ ​ແລະ ສີ​ລັງກາ ຕ້ອງ​ເພີ່ມ​ທະວີ ​ແລະ ຍູ້​ແຮງ​ການ​ຮ່ວມ​ມື​ເພື່ອ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ. ​ແບ່ງປັນ​​ບັນດາ​ຄວາມ​ຫຍຸ້ງ​ຍາດ, ສິ່ງ​ທ້າ​ທາຍ​ຊື່​ງ ປຊຊ ສີ​ລັງກາ ພວມ​ຜ່ານ​ຜ່າ​ໃນ​ສະພາບ​ການ​ປະຈຸ​ບັນ, ທ່ານ​ປະທານ​ປະ​ເທດຢືນຢັນ​ວ່າ: ​ເພື່ອ​ມີ​ຄວາມ​ເປັນ​ເອກະລາດ, ​ເສລີພາບ, ຄວາມ​ອີ່ມໜຳ​ສຳລານ ​ແລະ ຄວາມ​ຜາ​ສຸກ, ປຊຊ ຫວຽດນາມ ນັບ​ລ້ານ​ຄົນ​ຕ້ອງ​ເສຍສະຫຼະ​ຫຼາຍ​ສິ່ງ​ຫຼາຍ​ຢ່າງ. ຍິ່ງ​ກ່ວາ​ເວລາ​ໃດ​ໝົດ, ຫວຽດນາມ ​ເຄົາລົບ​ນັບຖື ​ແລະ ຍົກ​ສູງ​ບັນດາ​ຄຸນຄ່າ​ວັດທະນະທຳ​ມະນຸດ, ສິດທິ​ມະນຸດ. ທ່ານ​ປະທານ​ປະ​ເທດ​ເນັ້ນໜັກ​ວ່າ: ບັນດາ​ມາດ​ຕະການ​ຂວ້ຳບາດ​ແມ່ນ​ຫຼ້າ​ຫຼັງ​ແລ້ວ, ​ໄປ​ຝືນ​ກັບ​ຄວາມ​ປາດ​ຖະໜາ​ຢາກ​ມີຄວາມອີ່ມໜຳ​ສຳລານ ​ແລະ ຄວາມ​ຜາ​ສຸກຂອງ ປຊຊ ປະ​ເທດ​ຕ່າງໆ. ທ່ານ​ຢືນຢັນ​ວ່າ, ບັນດາ​ທ່າ​ອ່ຽງຮ່ວມ​ມື​​ເພື່ອພ້ອມ​ກັນ​ພັດທະນາ​ແມ່ນ​ທ່າອ່ຽງ​ຕົ້ນຕໍ​ໃນ​ໄລຍະ​ເຊື່ອມ​ໂຍງ​ເຂົ້າກັບ​ໂລກ​ໃນ​ປະຈຸ​ບັນ./.

ຂ່າວ/ບົດ​ອື່ນ