ຍາມໃດຫວຽດນາມກໍຖືການພັດທະນາການພົວພັນມິດຕະພາບ,ການຮ່ວມມືກັບແດນມາກເປັນສຳຄັນ

ຍາມໃດຫວຽດນາມກໍຖືການພັດທະນາການພົວພັນມິດຕະພາບ,ການຮ່ວມມືກັບແດນມາກເປັນສຳຄັນ - ảnh 1
ທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຟ້າມ​ບີງ​ມີງ ໃນ​ການ​ຕ້ອນ​ຮັບ​ທ່ານນາງ Charlotte Laursen, ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາກ

(vovworld)- ​​ “ຍາມ​ໃດ​ຫວຽດ​ນາມ​ກໍ​ຖື​ການ​ພັດ​ທະ​ນາ​ການ​ພົວ​ພັນ​ມິດ​ຕະ​ພາບ, ການ​ຮ່ວມ​ມື​ກັບ​ແດນ​ມາກ​ເປັນ​ສຳ​ຄັນ”, ນັ້ນ​ແມ່ນ​ຄຳ​ຢືນ​ຢັນທ່ານ​ຮອງ​ນາ​ຍົ​ກ​ລັດ​ຖະ​ມົນ​ຕີ​ຟ້າມ​ບີງ​ມີງ ໃນ​ການ​ຕ້ອນ​ຮັບ​ທ່ານນາງ Charlotte Laursen, ເອກ​ອັກ​ຄະ​ລັດ​ຖະ​ທູດ ແດນ​ມາກ ເນື່ອງ​ໃນ​ໂອ​ກາດ​ທ່ານ​ມາ​ຮັບ​ຫນ້າ​ທີ່​ການ​ທູດ​ຢູ່​ຫວຽດ​ນາມ ໃນ​ວັນ​ທີ 25/02. ຕາງ​ຫນ້າ​ໃຫ້​ລັດ​ຖະ​ບານ​ຫວຽດ​ນາມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ, ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຫວຽດ​ນາມ ໄດ້​ຂອບ​ອົກ​ຂອບ​ໃຈ​ລັດ​ຖະ​ບານ​ແດນ​ມາກ ທີ່​ໄດ້​ຫນູນ​ຊ່ວຍ​ແຫລ່ງ​ທຶນ ODA ໃຫ້​ແກ່ ຫວຽດ​ນາມ ແລະ ສະ​ເຫນີ ທ່ານ Charlotte Laursen ຈົ່​ງ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ບັນ​ດາ​ກະ​ຊວງ, ຂະ​ແຫນງ​ການ, ທ້ອງ​ຖິ່ນ​ຕ່າງໆ​ຂອງ​ຫວຽດ​ນາມ​ເພື່ອ​ຜັນ​ຂະ​ຫຍາຍ​ບັນ​ດາ​ມາດ​ຕະ​ການ​ເຮັດ​ໃຫ້​ການ​ພົວ​ພັນ​ສອງ​ຝ່າຍ​ໃນ​ທຸກ​ຂົງ​ເຂດ​ໃຫ້​ເລິກ​ເຊິ່ງກວ່າ. ສ່ວນ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ Charlotte Laursen ຢືນ​ຢັນ​: ລັດ​ຖະ​ບານ ແດນ​ມາກ ປາດ​ຖະ​ຫນາ​ຢາກ​ພັດ​ທະ​ນາ​ການ​ພົວ​ພັນ, ການ​ຮ່ວມ​ມື​ ກັບ​ຫວຽດ​ນາມ ຢ່າງມ​ີ​ປະ​ສິດ​ທິ​ຜົນ​ ແລະ ໃຫ້​ຄຳ​ໝັ້ນ​ໝາຍ ຈະ​ສົມ​ທົບ​ຢ່າງ​ແຫນ້ນ​ແຟ້ນ​ກັບ​ກະ​ຊວງ​ການ​ຕ່າງ​ປະ​ເທດ ແລະ ບັນ​ດາ​ອົງ​ການ​ກ່ຽວ​ຂ້ອງ​ຂອງ​ຫວຽດ​ນາມ ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ໃນ​ບັນ​ດາ​ຂົງ​ເຂດ​ຊື່ງ ແດນ​ມາກ ມີ​ທ່າ​ແຮງ​ຢ່າງ​ມີ​ປະ​ສິດ​ທິ​ຜົນ ພ້ອມ​ທັງ​ເອົາ​ໃຈ​ໃສ່​ເພີ່ມ​ທະ​ວີ​ການ​ເຊື່ອມ​ຕໍ່​ວິ​ສາ​ຫະ​ກິດ​ສອງ​ປະ​ເທດ.

ຂ່າວ/ບົດ​ອື່ນ