ຍາມໃດຫວຽດນາມກໍຖືບັນຫາມະນຸດເປັນສິ່ງສຳຄັນໃນທຸກນະໂຍບາຍ

ຍາມໃດຫວຽດນາມກໍຖືບັນຫາມະນຸດເປັນສິ່ງສຳຄັນໃນທຸກນະໂຍບາຍ - ảnh 1
ພາບປະກອບ:internet

(vovworld)- ຢູ່​ສຳນັກງານ ສປຊ ທີ່​ນະຄອນຫລວງ ນິວຢອກ ສະຫະລັດ​ອາ​ເມ​ລິ​ກາ ​ໄດ້​ດຳ​ເນີນ​ກອງ​ປະຊຸມ​ຄັ້ງ​ທີ 2 ຂອງ​ກຸ່ມ​ວຽກ​ງານ​ສ້າງ​ບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ​ຂອງ​ສະຫະ​ປະຊາ​ຊາດ. ດ້ວຍ​ຖານະ​ແມ່ນ​ປະທານ​ກຸ່ມ Troika ຊື່​ງລວມມີ: Bhutan, ​ໄທ ​ແລະ ຫວຽດນາມ, ທ່ານ​ເອກ​ອັກຄະ​ລັດຖະທູດ ​ເລ​ຮ່ວາຍ​ຈູງ, ຫົວຫນ້າ​ຄະນະ​ຜູ້ຕາງຫນ້າ​ຂອງ​ຫວຽດນາມ ປະຈຳ ສປຊ ​ໄດ້​ຕາງຫນ້າ​ໃຫ້​ກຸ່ມ​ດັ່ງກ່າວກ່າວ​ຄຳ​ເຫັນ​ກ່ຽວ​ກັບ 2 ບັນຫາ​ຂອງ​ກອງ​ປະຊຸມ ​ແລະ ​ເນັ້ນ​ຫນັກ​ຄວາມ​ຮັບຜິດຊອບ​ລວມຂອງ​ວິວັດ​ການ​ສ້າງບັນດາ​ຈຸດໝາຍ​ພັດທະນາ​ແບບ​ຍືນ​ຍົງ. ທ່ານ​ເອກ​ອັກຄະ​ລັດຖະທູດ​ເລ​ຮ່ວາຍ​ຈູງ​ໃຫ້​ຮູ້​ວ່າ: ບັນດາ​ການ​ບຸລິມະສິດ​ຂອງ​ຫວຽດນາມ ​ໃນ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ແບບ​ຍືນ​ຍົງ​ແຫ່ງ​ຊາດ (2011-2020) ​ໃນ​ສາມ​ເສົາ​ຄ້ຳ​ຄື: ​ເສດຖະກິດ, ສັງຄົມ ​ແລະ ສິ່ງ​​ແວດ​ລ້ອມ. ທ່ານ​ເລ​ຮ່ວາຍ​ຈູງ ຊີ້​ແຈງ​ວ່າ: ຫວຽດນາມ ຢືນຢັນ: ​ແຜນ​ນະ​ໂຍບາຍຂອງ​ຫວຽດນາມ ຍາມ​ໃດ​ກໍ​ຖືບັນຫາ​ມະນຸດ​ເປັນ​ສິ່ງ​ສຳຄັນ​ໃນ​ທຸກ​ນະ​ໂຍບາຍ​ລົບ​ລ້າງ​ຄວາມ​ອຶດຫິວ​ຫລຸດຜ່ອນ​ຄວາມທຸກ​ຍາກ, ​ເອົາ​ໃຈ​ໃສ່​ເຖິງ​ແມ່ຍິງ, ​ເດັກນ້ອຍ, ຄົນ​ພິການ…, ສ້າງ​ລະບົບຮັບປະກັນ​ຊີວິດ​ສັງຄົມ ​ແລະ ​ເພີ່ມ​ທະວີ​ຄວາມ​ສາມາດ​ຮັບ​ມື​ຂອງ​ປະຊາຊົນ​ຕໍ່​ບັນດາ​ການ​ກະທົບ​ຢ່າງ​ຫຍໍ້​ທໍ້​​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ.

 



ຂ່າວ/ບົດ​ອື່ນ