ຍາມໃດຫວຽດນາມກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ

ຍາມໃດຫວຽດນາມກໍ່ຖືເປັນສຳຄັນການພົວພັນຄູ່ຮ່ວມມືຍຸດທະສາດກັບຍີ່ປຸ່ນ - ảnh 1
ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ເກື່ຶອງ
(ພາບປະກອບ: TGVN)


​(vovworld) – ວັນ​ທີ 15/05, ຢູ່​ຮ່າ​ໂນ້ຍ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ເກື່ຶອງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ​ຍີ່ປຸ່ນ Nakane Kazuyuki ພວມ​ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ, ທ່ານ​ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງປະ​ເທດ ຫງວຽນ​ກວກ​ເກື່ຶອງ ຢືນຢັນ​ວ່າ, ຍາມ​ໃດ​ຫວຽດນາມ​ກໍ່​ຖື​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດທະ​ສາດ​ຢ່າງ​ເລິກ​ເຊິ່ງກວ້າງ​ແຂວງ​ກັນ​ຍີ່ປຸ່ນ​ ​ເປັນ​ສຳຄັນ, ພ້ອມ​ທັງ​ສະ​ແດງ​ຄວາມປະຕິ​ຊົມຊື່ນ​ກ່ຽວ​ກັບ​ບັນດາ​ບາດກ້າວ​ພັດທະນາ​ຢ່າງ​ແຮງ​, ຮອບດ້ານ ​ແລະ ​ແທດ​ຈິງ​ຂອງ​ການ​ພົວພັນ​ລະຫວ່າງ 2 ປະ​ເທດ​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ລັດ​ຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຕ່າງ​ປະ​ເທດ Nakane Kazuyuki ຢືນຢັນ​ວ່າ, ຍາມ​ໃດ​ຍີ່ປຸ່ນ ກໍ່​ຖື​ຫວຽດນາມ ​ແມ່ນ​ຄູ່​ຮ່ວມ​ມື​ສຳຄັນ ​ແລະ ສືບ​ຕໍ່​ສະ​ໜອງ​ແຫຼ່ງ​ທຶນ ODA ຢູ່​ໃນ​ລະດັບ​ສູງ​​​ເພື່ອ​​ແນ​ໃສ່​ໜູນ​ຊ່ວຍ​ຫວຽດນາມ ພັດທະນາ​ຢ່າງ​ໝັ້ນຄົງ, ສ້າງ​ລະບົບ​ພື້ນຖານ​ໂຄງ​ລ່າງ, ຮັບ​ມື​ກັບ​ການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ… 2 ຝ່າຍ​ໄດ້​ແລກປ່ຽນ​ກ່ຽວ​ກັບ​ບັນດາ​ມາດ​ຕະການ​ເພື່ອ​ແນ​ໃສ່​ເຮັດ​ໃຫ​້ການ​ພົບ​ພັນ​ລະຫວ່າງ 2 ປະ​ເທດ​​​ ໃນ​ທຸກ​ຂົງ​ເຂດເລິກ​ເຊິ່ງຂຶ້ນ​ຕື່ມ, ​ເສີມ​ຂະຫຍາຍ​ປະສິດທິ​ຜົນ​ບັນດາ​ກົນ​ການ​ແລກປ່ຽນ ​ແລະ ການຮ່ວມ​ມື​ທີ່​ມີ​ຢູ່​ແລ້ວ.
ຂ່າວ/ບົດ​ອື່ນ