ຍາມໃດຫວຽດນາມກໍ່ຖືເປັນສຳຄັນບັນດາການພົວພັນມິດຕະພາບທີ່ເປັນມູນເຊື້ອ

ຍາມໃດຫວຽດນາມກໍ່ຖືເປັນສຳຄັນບັນດາການພົວພັນມິດຕະພາບທີ່ເປັນມູນເຊື້ອ - ảnh 1
(ຍາມໃດຫວຽດນາມກໍ່ຖືເປັນສຳຄັນ
ບັນດາການພົວພັນມິດຕະພາບທີ່ເປັນມູນເຊື້ອ)


​(vovworld) – ຕອນຄໍ່າ​ວັນ​ທີ 15/05, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ​ແລະ ຄະນະ​ຜູ້​ແທນ​ຂັ້ນ​ສູງ​ຫວຽດນາມ ​ໄດ້​ກັບ​ເມືອ​ຮອດສະໜາມ​ບິນ ​ເຕີນ​ເຊີນ​ຍືດ, ນະຄອນ​ໂຮ່ຈິ​ມິນ, ສິ້ນ​ສຸດ​ການ​ເຂົ້າ​ຮ່ວມ​ພິທີ​ສະ​ເຫຼີ​ມສະຫຼອງ 70 ປີ​ແຫ່ງວັນ​ໄຊ​ຊະ​ນະ​ໃນ​ສົງ​ຄາມ​ປ້ອງ​ກັນ​ປະ​ເທດ​ຊາດ​ອັນ​ຍິ່ງ​ໃຫຍ່ຢູ່​ສະຫະພັນ​ລັ​ດ​ເຊຍ: ຢ້ຽມຢາມ​ທາງ​ລັດຖະກິດ​ເຖິງ​ສ.​ເຊັກ​ໂກ ​ແລະ ສ.ອາຍ​ແຊກ​ໄບຢານ ​ແຕ່​ວັນ​ທີ 08 - 15/05. ນີ້​ແມ່ນ​ການ​ຢ້ຽມຢາມ​ເຖິງ​ບັນດາ​ປະ​ເທດ​ເພື່ອນ​ມິດ​ທີ່​ເປັນ​ມູນ​ເຊື້ອ​ຂອງ​ຫວຽດນາມ, ​ເພື່ອ​ແນ​ໃສ່​ສືບ​ຕໍ່​ເພີ່ມ​ພູນ​ຄຸນ​ສ້າງນ້ຳ​ໃຈສາມັກຄີທີ່​ເຄີຍ​ມີ​ມາ​ກ່ອນ, ພ້ອມ​ທັງ​ຢືນຢັນ​ການ​ພົວພັນ​ທາງ​ການ​ທູ​ດຢ່າງ​ຖືກຕ້ອງ, ກໍ່​ຄື​ນ້ຳ​ໃຈ​ຂອງ​ປະຊາຊົນ​ຫວຽດນາມ ທີ່​ມີ​ຕໍ່​ບັນດາ​ປະ​ເທດ​ທີ່​ເຄີຍ​ຊ່ວຍ​ເຫຼືອ​ຫວຽດນາມ.

      ຫວນ​ຄື​ນການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດ​ເຈືອງ​ເຕີນ​ຊາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ລັດຖະມົນຕີ​ວ່າ​ການ​ກະຊວງ​ການ​ຕ່າງປະ​ເທດ​ຫວຽດນາມ ຟ້າ​ມບິ່ງ​ມິງ ຢືນຢັນ​ວ່າ: ພື້ນຖານຂອງ​ການ​ພົວພັນ​ອັນ​ດີງາມ​ ​ແລະ ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້ ​ໄດ້​ປະກອບສ່ວນ​ປັບປຸງ ​ແລະ ​ເພີ່​ມທະວີການ​ພົວພັນ​ຫຼາຍ​ດ້ານ​ລະຫວ່າງ​ຫວຽດນາມ ກັບ​ບັນດາ​ປະ​ເທດ​ສະຫະພັນ​ລັດ​ເຊຍ, ສ​.ເຊັກ​ໂກ, ສ.ອາຍ​ແຊກ​ໄບຢານ.

      “​ໃນ​ການ​ພົບ​ປະ​ກັບ​ການ​ນຳ​ປະ​ເທດ​ຕ່າງໆ, 2 ຝ່າຍ​ລ້ວນ​ແຕ່​ຕີ​ລາຄາ​ສູງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກ່ຽວ​ກັບ​ການ​ພົວພັນ​ດ້ານ​ກາ​ນ​ເມືອງ ​ແລະ ລ້ວນ​ແຕ່​ປາດ​ຖະໜາ​ວ່າ ບົນ​ພື້ນຖານ​ນັ້ນ ​ເພີ່ມທະ​ວີ​ໃນ​ທຸກ​ຂົງ​ເຂດ, ​ໂດຍ​ສະ​ເພາະ​ແມ່ນ​ເສດຖະກິດ, ການ​ຄ້າ ​ແລະ ການ​ລົງທຶນ​ກວ່າ​ອີກ. ຂ້າພະ​ເຈົ້າ​ຖື​ວ່າ, ການ​ຢ້ຽມຢາມ​ຂອງ​ທ່ານ​ປະທານ​ປະ​ເທດບັນລຸ​​ໄດ້ຜົນງານຢ່າງ​ຕັ້ງໜ້າ, ບໍ່​ພຽງ​ແຕ່​ປັບປຸງ​ການ​ພົວພັນ​ທາງ​ການ​ເມືອງ​ອັນ​ດີງາມ​ເທົ່າ​ນັ້ນ, ຫາກ​ສຳຄັນ​ກວ່າ​ແມ່ນ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ, ການ​ຄ້າ​ອີກ​ດ້ວຍ. ນີ​ແມ່ນ​ປັດ​ໃຈ​ທີ່​ຈຳ​ເປັນ​ໃຫ້​ທັງ 2 ຝ່າຍ.”

ຂ່າວ/ບົດ​ອື່ນ