ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະສະຫງວນບຸລິມະສິດສູງໃຫ້ວຽກງານປ້ອງກັນ,ຕ້ານຢາເສບຕິດ

ຍາມໃດຫວຽດນາມກໍ່ຖືເປັນສຳຄັນແລະສະຫງວນບຸລິມະສິດສູງໃຫ້ວຽກງານປ້ອງກັນ,ຕ້ານຢາເສບຕິດ - ảnh 1
ທ່ານ​ນາຍົກລັດຖະມົນຕີຫງວຽນ​ເຕີນ​ຢຸງ
(ພາບປະກອບ)


​(vovworld) – ຕອນ​ບ່າຍວັນ​ທີ 21/05, ຢູ່​ສຳນັກງານ​ລັດຖະບານ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ຫົວ​ໜ້າ​ຄະນະ​ຜູ້​ແທນ​ຂັ້ນ​ສູງ 5 ປະ​ເທດ ກຳປູ​ເຈຍ, ຈີນ, ລາວ, ມຽນມາ, ​ໂທ ​ແລະ ອົງການ​ປ້ອງ​ກັນ ຕ້ານ​ຢາ​ເສບ​ຕິດ ​ແລະ ອາດຊະຍາ​ກຳ​ຂອງ​ສະຫະ​ປະຊາ​ຊາດ (UNODC) ທີ່ພວມ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຂັ້ນ​ສູງ​ລັດຖະມົນຕີ ​ໃນ​ຂອບ​ເຂດ​ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ​ເຂດ​ອະນຸ​ພາກ​ພື້ນ​ແມ່ນ້ຳຂອງ ຢູ່​ຮ່າ​ໂນ້ຍ, ​​ໂດຍ​ທ່ານ Heremy Douglas, ຫົວ​ໜ້າ​ຜູ້ຕາງໜ້າ​ພາກ​ພື້ນ​ຂອງ UNODC, ນຳ​ໜ້າ. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ຖື​ວ່າ, ກົນ​ໄກ​ຮ່ວມ​ມື​ເຂດ​ອະນຸ​ພາກ​ພື້ນ​ໄດ້​ເສີມ​ຂະຫຍາຍ​ບົດບາດ​ເປັນ​ເຈົ້າ​ການ, ຕັ້ງໜ້າ​ໃນ​ການ​ສ້າງ, ວາງ​ແຜນ​ນະ​ໂຍບາຍ, ວາງ​ອອກ​ບັນດາ​ຂໍ້​ລິ​ເລີ່​ມ ​ແລະ ການ​ເຄື່ອນ​ໄຫວ​ຮ່ວມ​ມື​ລວມກ່ຽວ​ກັບ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ. ຢືນຢັນ​ຫວຽດນາມ ​ໃຫ້​ຄຳ​ໝັ້ນ​ສັນຍາ​ຜັນ​ຂະຫຍາຍ​​ແຜ​ນການ​ກະທຳ​ເຂດ​ອະນຸ​ພາກ​ພື້ນ​​ເຊິ່ງ​ໄດ້​ຮັບກາ​ນຮັບຮອງ​ເອົາຢ່າງ​ມີ​ປະສິດທິ​ຜົນ, ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕີນ​ຢຸງ ​ເນັ້ນ​ໜັກ​ວ່າ: ດ້ວຍ​ຄວາມ​ມານະ​ພະຍາຍາມ​ຂອງ​ຕົນ, ຍາມ​ໃດ​ຫວຽດນາມ​ກໍ່​ຖື​ເປັນ​ສຳຄັນ​ແລະ​ສະຫງວນ​ບຸລິມະສິດ​ສູງ​ໃຫ້​ວຽກ​ງານ​ປ້ອງ​ກັນ,ຕ້ານ​ຢາ​ເສບ​ຕິດ; ສົມທົບ​ກັນ​ຢ່າງ​ແໜ້ນ​ແຟ້ນກັບ​ສະຫະ​ປະຊາ​ຊາດ, ບັນດາ​ປະ​ເທດ​ໃນ​​ອະນຸ​ພາກ​ພື້ນ, ທັງ​ຢູ່​ລະດັບຫຼາຍຝ່າຍ ​ແລະ 2 ຝ່າຍ ​ເພື່ອ​ຕໍ່​ສູ້, ສະກັດ​ກັ້ນ​ໄພ​ພິບັດທີ່​ມີລັກສະນະ​ທົ່ວ​ໂລກ​ນີ້. ທ່ານ​ນາຍົກລັດຖະມົນຕີ ຫງວຽນ​ເຕິ໋ນຢຸງ ຕີ​ລາຄາ​ສູງ​ບົດບາດ ​ແລະ ການ​ຊ່ວຍ​ເຫຼືອ​ຂອງ UNODC ​ໃຫ້​ບັນດາ​ປະ​ເທດ​ໃນ​ອະນຸ​ພາກ​ພື້ນ ​ແລະ ສະ​ເໜີ UNODC  ສືບ​ຕໍ່​ຊ່ວຍ​ເຫຼືອ ​ແລະ ຮ່ວມ​ມື​ກັບ​ຫວຽດນາມ ​ແລະ ບັນດາ​ປະ​ເທດ​ໃນ​ພາກ​ພື້ນ​ໃນ​ວຽກ​ງານ​ປ້ອງ​ກັນ, ຕ້ານ​ຢາ​​ເສບ​ຕິດ, ສູ້​ຊົນ​ກໍ່ສ້າງ​ພາກ​ພື້ນ​ທີ່​ບໍ່​ມີ​ຢາ​ເສບ​ຕິດ.

    ຕາງໜ້າ​ຄະນະ, ທ່ານ Jeremy Douglas, ຫົວໜ້າ​ຜູ້ຕາງໜ້າ​ພາກ​ພື້ນ​ຂອງ UNODC, ຕີ​ລາຄາ​ສູງ​ບົດບາດ ​ແລະ ຄຳ​ໝັ້ນ​ສັນຍາ​ຂອງ​ຫວຽດນາມ ​ໃນ​ການ​ປ້ອງ​ກັນ, ຕ້ານ​ຢາ​ເສັບ​ຕິດ​ໃນ​ທົ່ວ​ໂລກ ​ແລະ ພາກ​ພື້ນ​ອານຸພາກ​ພື້ນ​ແມ່​ນຳ້ຂອງ. ທ່ານ​ຖື​ວ່າການ​ຮ່ວມ​ມື​ລະຫວ່າງ​ປະ​ເທດ​ຕ່າງໆ ​ແມ່ນ​ການ​ສະໜັບສະໜູນ​ຄຳ​ໝັ້ນ​ສັນຍາ​ທົ່ວ​ໂລກ​ຂອງ ສປຊ  ​ແລະ ທ່ານ Ban Ki moon ​ໃນ​ການ​ຕ້ານ​ອາດ​ສະ​ຍາ​ກຳ​ ​ແລະ ຢາ​ເສບ​ຕິດຢ່າງ​ແຮງ. ຕີ​ລາຄາ​ສູງ​ກອງ​ປະຊຸມ​ຄັ້ງ​ນີ້​ບັນລຸ​ໄດ້​ຂໍ້​ຕົກລົງ​ກ່ຽວ​ກັບ​ແຜນການ​ກະທຳ​ລວມ ກໍ່​ຄື​ຊົມ​ເຊີຍ​ອາ​ຊຽນ ​ໄດ້​ມີ​ກົນ​ໄກ​ຮ່ວມ​ມື​ລວມ​ໃນ​ການ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ, ທ່ານ Jeremy Douglas ຢືນຢັນ​ວ່າ UNODC ຈະ​ຮ່ວມ​ມື​ຢ່າງ​ແໜ້​ນ​ແຟ້ນກັບ​ບັນດາ​ປະ​ເທດ​ໃນ​ພາກ​ພື້ນ ກໍ່​ຄື​ສະໜອງ​ການ​ຊ່ວຍ​ເຫຼືອ​ທີ່​ຈຳ​ເປັນ​ໃຫ້​ບັນດາ​ປະ​ເທດອະນຸພາກ​ພື້ນ​ແມ່​ນຳ້ຂອງ ​ເພື່ອ​ປ້ອງ​ກັນ, ຕ້ານ​ອາດ​ສະ​ຍາ​ກຳ​ຂ້າມ​ຊາດ ​ແລະ ປ້ອງ​ກັນ, ຕ້ານ​ຢາ​ເສບ​ຕິດ.

ຂ່າວ/ບົດ​ອື່ນ