ຍາມໃດຫວຽດນາມກໍ່ເປັນສະມາຊິກຕັ້ງໜ້າ,ມີຄວາມຮັບຜິດຊອບຂອງສປຊ

(vovworld) - ຕອນ​ບ່າຍ​ວັນ​ທີ 21/10, ຢູ່ ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Pratibha Mehta, ຜູ້​ປະສານ​ງານ ສະຫະ​ປະຊາ​ຊາດ ປະຈຳ ຫວຽດນາມ, ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດ​ໜ້າ​ທີ່​ການ​ທູ​ດຢູ່ ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງຢືນຢັນ​ແຜນ​ນະ​ໂຍບາຍ​ຂອງ ຫວຽດນາມ ​ແມ່ນ​ຍາມ​ໃດ​ກໍ່​ເປັນ​ສະມາຊິກ​ທີ່​ຕັ້ງໜ້າ, ມີ​ຄວາມ​ຮັບຜິດຊອບ​ຂອງ​ສະຫະ​ປະຊາ​ຊາດ, ພ້ອມ​ແລ້ວ​ທີ່​ຈະ​ເຂົ້າ​ຮ່ວມ​ບັນດາ​ຄວາມ​ມານະ​ພະຍາຍາມ​ລວມຂອງ​ສະຫະ​ປະຊາ​ຊາດ ​ເພື່ອ​ສັນຕິພາບ, ຄວາມ​ສະຫງົບ​ປອດ​ໄພ ​ແລະ ການ​ພັດທະນາ ກໍ່​ຄື​ບັນດາ​ຄວາມ​ມານະ​ພະຍາຍາມ​ປະຕິ​ຮູບ​ສະຫະ​ປະຊາ​ຊາດ. ທ່ານ​ປະທານ​ປະ​ເທດ ​ເຈິ່ນດ໋າຍກວາງ ຫວັງ​ວ່າ, ​ເຖິງ​ວ່າ​ຈະ​ຢູ່​ໃນ​ຖານະ​ຕຳ​​ແໜ່​ງ​ໃດ, ທ່ານ​ນາງ Pratibha Mehta ກໍ່​ສືບ​ຕໍ່​ເປັນ​ຂົວ​ຕໍ່, ສະໜັບສະໜູນ​ຄວາມ​ມານະ​ພະຍາຍາມ​ຂອງ​ຫວຽດນາມ ​ເພື່ອ​ສັນຕິພາບ, ການ​ຮ່ວມ​ມື, ​ເຄົາລົບ​ກົດໝາຍ​ສາກົນ​ໃນ​ວິວັດ​ແຫ່ງ​ການ​ແກ້​ໄຂ​ສະພາບ​ການ​ຢູ່​ພາກ​ພື້ນ ​ແລະ ຢູ່​ໃນ​ໂລກ.

        ສ່ວນ ທ່ານ​ນາງ Pratibha Mehta​ກໍ່​ຖື​ວ່າ, ຫວຽດນາມ​ພວມ​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ ​ແລະ ນັບ​ມື້​ນັບ​ມີ​ອິດ​ທິພົນ​ຊື່​ສຽງ​ຢ່າງ​ໃຫຍ່​ຫຼວງ​ໃນ​ປະຊາ​ຄົມ​ສາກົນ, ພິ​ເສດ​ແມ່ນ​ໃນ​ການ​ປະຕິບັດ​ຈຸດໝາຍ​ສະຫັດ​ຕະວັດ​ກ່ຽວ​ກັບ​ການ​ຫຼຸດ​ຜ່ອນ​ຄວາມທຸກ​ຍາກ.


ຂ່າວ/ບົດ​ອື່ນ