ຍາມໃດຫວຽດນາມຕໍ່ຕ້ອນຮັບບັນດານັກລົງທຶນສາກົນ

(VOVWORLD) -ທີ່ການຕ້ອນຮັບທ່ານປະທານກຳມາທິການການຄ້າສາກົນ (INTA) ຂຶ້ນກັບລັດຖະສະພາເອີລົບ Bernd Lange, ໃນວັນທີ 14 ກັນຍາ

ຍາມໃດຫວຽດນາມຕໍ່ຕ້ອນຮັບບັນດານັກລົງທຶນສາກົນ - ảnh 1 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ

ຕ້ອນຮັບທ່ານປະທານກຳມາທິການການຄ້າສາກົນ (INTA) ຂຶ້ນກັບລັດຖະສະພາເອີລົບ

(ພາບ: VGP)

 ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ ຫວຽດນາມ ຖືອີຢູ ແມ່ນໜຶ່ງໃນບັນດາຄູ່ຮ່ວມມືສຳຄັນ ແລະ ປາດຖະໜາຢາກຊຸກຍູ້ການຮ່ວມມືກັບອີຢູ ຢ່າງຮອບດ້ານ, ພິເສດແມ່ນການພົວພັນດ້ານການຄ້າ, ການລົງທຶນ. ທ່ານນາຍົກລັດຖະມົນຕີເຊື່ອໝັ້ນວ່າ, ນອກຈາກສັນຍາແມ່ກ່ຽວກັບການຮ່ວມມື ແລະ ຄູ່ຮ່ວມມືຮອບດ້ານທີ່ໄດ້ປະຕິບັດນັບແຕ່ປີ 2016 ແລ້ວ, ເລື່ອງ 2 ຝ່າຍລົງນາມສັນຍາການຄ້າເສລີໃນໄລຍະຈະມາເຖິງ ຈະແມ່ນຂີດໝາຍສຳຄັນ, ນຳການພົວພັນລະຫວ່າງ 2 ຝ່າຍໃຫ້ຂຶ້ນສູ່ລະດັບສູງໃໝ່. ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນວ່າ, ຍາມໃດຫວຽດນາມ ກໍ່ໃຫ້ບຸລິມະສິດສຸງສຸດເພື່ອກວດກາດ້ານກົດໝາຍ, ພາໄປເຖິງການລົງນາມ ແລະ ຮັບຮອງເອົາສັນຍາ. ສ່ວນທ່ານ Bernd Lange ໃຫ້ຮູ້ວ່າ, ພ້ອມແລ້ວທີ່ຈະໜູນຊ່ວຍຫວຽດນາມ ກ່ຽວກັບບັນດາບັນຫາການຄ້າລະຫວ່າງ 2 ຝ່າຍ ແລະ ແຈ້ງໃຫ້ຊາບວ່າ ປະຈຸບັນຝ່າຍອີຢູ ພວມມານະພະຍາຍາມສ້າງສັນຍາການຄ້າເສລີຫວຽດນາມ - ອີຢູ ໃຫ້ສຳເລັດ.

ໃນວັນດຽວກັນ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ຕ້ອນຮັບບັນດານັກລົງທຶນສາກົນເນື່ອງໃນໂອກາດມາເຂົ້າຮ່ວມກອງປະຊຸມປະຈຳປີບັນດານັກລົງທຶນທົ່ວໂລກ ຈັດຕັ້ງຢູ່ຫວຽດນາມ ໂດຍທ່ານ Nirukt Sapru, ຜູ້ອຳນວຍການໃຫຍ່ທະນາຄານ Standart Chartered  ຢູ່ ຫວຽດນາມທັງເປັນຜູ້ອຳນວຍການໃຫຍ່ ກຸ່ມ 5 ປະເທດ ອາຊຽນ ແລະ ອາຊີໃຕ້. ທີ່ການຕອ້ນຮັບ ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ຢືນຢັນ ລັດຖະບານຫວຽດນາມ ມີຄຳໝັ້ນສັນຍາສ້າງທຸກເງື່ອນໄຂສະດວກໃຫ້ແກ່ບັນດາວິສາຫະກິດພາຍໃນປະເທດກໍ່ຄືຢູ່ຕ່າງປະເທດ ພວມເຄື່ອນໄຫວຢູ່ຫວຽດນາມ. ສ່ວນທ່ານ Nirukt Sapru ຕີລາຄາສູງຄວາມມານະພະຍາຍາມຂອງລັດຖະບານຫວຽດນາມ ໃນການປັບປຸງສະພາບແວດລ້ອມແຫ່ງການດຳເນີນທຸລະກິດ, ດຶງດູດທຶນ FDI ແລະ ປາດຖະຫນາວ່າ ລັດຖະບານຫວຽດນາມ ຫນູນຊ່ວຍບັນດານັກລົງທຶນຕ່າງປະເທດພວມທຳມາຫາກິນຢູ່ຫວຽດນາມ ກວ່າອີກ. 

ຕອບກັບ

ຂ່າວ/ບົດ​ອື່ນ