ຍູ້ແຮງການຂົນຂວາຍຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ

ຍູ້ແຮງການຂົນຂວາຍຊາວ ຫວຽດນາມ ຊົມໃຊ້ສິນຄ້າ ຫວຽດນາມ - ảnh 1
ທ່ານ​ປະ​ທານ ຫງວຽນ​ທ້ຽນ​ເຍີນ ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ

(vovworld) - ຕອນ​ບ່າຍ​ວັນ​ທີ 10/4, ຢູ່​ຮ່າ​ໂນ້ຍ, ຄະ​ນະ​ຊີ້​ນຳ​ສູນ​ກາງບັ້ນ​ຂົນ​ຂວາຍ “ຊາວ ຫວຽດ​ນາມ ບຸ​ລິ​ມະ​ສິດ​​ຊົມໃຊ້​ສິນ​ຄ້າ ຫວຽດ​ນາມ” ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ວຽກ​ງານ​ປີ 2017. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ ຫງວຽນ​ທ້ຽນ​ເຍີນ, ປະ​ທານ​ຄະ​ນະ​ກຳ​ມະ​ການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດ​ນາມ, ຫົວ​ໜ້າ​ຄະ​ນະ​ຊີ້​ນຳ​ບັ້ນ​ຂົນ​ຂ​ວາຍ, ເນັ້ນ​ໜັກ​ວ່າ ບັ້ນ​ຂົນ​ຂວາຍ​ຊາວ ຫວຽດ​ນາມ ​ຊົ​ມໃຊ້​ສິນ​ຄ້າ ຫວຽດ​ນາມ ​ໄດ້ກາວ​ເຂົ້າ​ສູ່​ລວງ​ເລິກ, ດຶງ​ດູດຄວາມ​​ສົນໃຈ ແລະ ​ຕອບ​ສະ​ໜອງ​ຂອງ​ປະ​ຊາ​ຊົນ, ວິ​ສາ​ຫ​ະ​ກິດ​ທ້ອງ​ຖິ່ນ, ຜ່ານນັ້ນ​ປະ​ກອບ​ສ່ວນ​ເຂົ້າ​ໃນ​ຜົນ​ງານ​ລວມ​ຂອງ​ປະ​ເທດ​ຊາດ. ທ່ານ ຫງວຽນ​ທ້ຽ​ນ​ເຍີນ ໄດ້​ຊີ້​ແຈ້ງ​ຈຸດ​ໝາຍ​ບັ້ນ​ຂົນ​ຂວາຍ ແມ່ນ​ຂົນ​ຂວາຍ​ຊາວ ຫວຽດ​ນາມ ຊື້​ສິນ​ຄ້າ ຫວຽດ​ນາມ. ສະ​ນັ້ນ, ຄວາມ​ຮັບ​ຜິດ​ຊອບ​ຂອງວິ​ສາ​ຫະ​ກິດ​ແມ່ນ​ເຮັດ​ແນວ​ໃດ​ເພື່ອ​ຜ​ະ​ລິດ​ສິນ​ຄ້າ​ໃຫ້​ດີ, ມີ​ຄຸນ​ນະ​ພາບ​ສູງ, ດ້ວຍ​ລາ​ຄາ​ເໝາະ​ສົມ. ທ່ານ ຫງວຽນ​ທ້ຽນ​ເຍີນ ​ໃສ່​ໃຈ​ວ່າ​ຕ້ອ​ງ​ຜັນ​ຂະ​ຫຍາຍ​ບັນ​ດາ​ໂຄງ​ການ​ຕ້ານ​ການ​ສໍ້​ໂກງ​ການ​ຄ້າ ເພື່ອ​ໃຫ້​ສິນ​ຄ້າ ຫວຽດ​ນາມ ຖື​ກ​ນຳ​ໄປ​ຊົມ​ຢ່າງ​ທົ່ວ​ເຖິງ; ເພີ່ມ​ທະ​ວີ​ວຽກ​ງານ​ຍ້ອງຍ​ໍ​ຊົມ​ເຊີຍ​ບັນ​ດາ​ວິ​ສາ​ຫະ​ກິດ​ມີ​ຜະ​ລິດ​ຕະ​ພັນ​ໄດ້​ຮັບ​ການ​ຕີ​ລາ​ຄາ​ສູງ​ຈາກ​ຜູ້​ໃຊ້​ສອຍ.


ຕອບກັບ

ຂ່າວ/ບົດ​ອື່ນ