ຍູ້ແຮງການຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ

ຍູ້ແຮງການຊອກຫາທະຫານອາເມລິກາທີ່ຫາຍສາບສູນໃນປາງສົງຄາມຢູ່ຫວຽດນາມ - ảnh 1
ພົນ​ໂທ ຫງວຽນ​ຈີ໋ວີ້ງ ຕ້ອນຮັບ​ທ່ານ​ນາງ Ann Mills Griffths

(vovworld) - ວັນ​ທີ 5/2, ຢູ່​ຮ່າ​ໂນ້ຍ, ພົນ​ໂທ ຫງວຽນ​ຈີ໋ວີ້ງ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ​ຫວຽດນາມ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ​ນາງ Ann Mills Griffths, ປະທານ​ສະຫະພັນ​ບັນດາ​ຄອບຄົວຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມ (POW/MIA)

        ທີ່​ການ​ຕ້ອນຮັບ, ພົນ​ໂທ ຫງວຽນ​ຈີ໋ວິ້ງ, ​ເນັ້ນ​ໜັກ​ວ່າ, ​ໃນ​ຊຸມ​ປີຜ່ານມາ, ຫວຽດນາມ ​ແລະ ອາ​ເມ​ລິ​ກາ ​ໄດ້​ຕັ້ງໜ້າ​ສົມທົບ​ກັນ, ມານະ​ພະຍາຍາມ​ໃນ​ການ​ຮ່ວມ​ມື, ຜັນ​ຂະຫຍາຍ​ການຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມ. ບັນດາ​ກອງ​ຊອກ​ຫາ, ​ເຕົ້າ​ໂຮມ​ອັດຖິຂອງ​ສອງ​ປະ​ເທດ ​ໄດ້​ປະຕິບັດ​ສຳ​ເລັດ​ການ​ເຄື່ອນ​ໄຫວ​ປະສົມ​ຫຼາຍ​ຄັ້ງ, ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ຜູ້​ຊ່ຽວຊານ​ອາ​ເມ​ລິ​ກາ ​ແລະ ຫວຽດນາມ ຫຼາຍ​ຄົນ. ມາ​ຮອດ​ປະຈຸ​ບັນ ​ໄດ້​ມີອັດຖິ​ທະຫານ​ອາ​ເມ​ລິ​ກາ​ ນັບ​ຮ້ອຍ​ຊຸດຖືກມອບ​ໃຫ້​ຝ່າຍ​ອາ​ເມ​ລິ​ກາ.

ທ່ານ​ນາງ Ann Mills Griffths ຕີ​ລາຄາ​ສູງບັນດາ​ຜົງ​ງານ​ເຊິ່ງສອງ​ຝ່າຍ​ບັນລຸ​ໄດ້ໃນ​ວຽກ​ງານ​ສົມທົບ​ກັນ​ຜັນ​ຂະຫຍາຍ​ການຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມ; ສະ​ແດງ​ຄວາມ​ຂອບ​ອົກ​ຂອບ​ໃຈ​ທີ່​ຈິ​ງ​ໃຈ​ຕໍ່​ການ​ຮ່ວມ​ມື​ຢ່າງ​ມີ​ປະສິດທິ​ຜົນ​ຂອງ​ຫວຽດນາມ​​ໃນ​ການ​​ຮ່ວມ​ມື​ມະນຸດສະທຳ, ຜັນ​ຂະຫຍາຍ​ການຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມ ໃນ​ຊຸມ​ປີຜ່ານມາ, ພ້ອມ​ທັງ​ສະ​ແດງ​ຄວາມປາຖະໜາ​ຢາກ​ຮ່ວມ​ມື​ຢ່າງ​ແໜ້ນ​ແຟ້ນກັບ​ຫວຽ​ດນາມ ​ເພື່ອ​ໃຫ້​ວຽກ​ງານຊອກ​ຫາ​ທະຫານ​ອາ​ເມ​ລິ​ກາ​ ທີ່​ຫາຍ​ສາບ​ສູນ​ໃນ​ປາງ​ສົງຄາມ​ຢູ່​ຫວຽ​ດນາມສືບ​ຕໍ່​ໄດ້​ຮັບ​ຜົນງານ​ທີ່​ດີ, ປະກອບສ່ວນ​ຊຸກຍູ້​ການ​ພົວພັນ​ທາງ​ການ​ທູດ​ລະຫວ່າງ​ສອງ​ປະ​ເທດ.


ຂ່າວ/ບົດ​ອື່ນ