ຍູ້ແຮງການທູດເສດຖະກິດຮັບໃຊ້ການປະຕິບັດເປົ້າໝາຍຄວບຄູ່

(VOVWORLD) -ນີ້ແມ່ນຄັ້ງທຳອິດກະຊວງການຕ່າງປະເທດຈັດກອງປະຊຸມທາງອອນລາຍ ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ 96 ທ່ານ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຍູ້ແຮງວຽກງານການທູດເສດຖະກິດ, ຮັບໃຊ້ການປ້ອງກັນ ຕ້ານໂລກລະບາດ
ຍູ້ແຮງການທູດເສດຖະກິດຮັບໃຊ້ການປະຕິບັດເປົ້າໝາຍຄວບຄູ່ - ảnh 1ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ
(ພາບ: baoquocte.vn)

ວັນທີ 29 ກໍລະກົດ, ຢູ່ຮ່າໂນ້ຍ, ກະຊວງການຕ່າງປະເທດຫວຽດນາມ ໄດ້ຈັດກອງປະຊຸມທງອອນລາຍ “ຍູ້ແຮງວຽກງານການທູດເສດຖະກິດ ຮັບໃຊ້ການປະຕິບັດເປົ້າໝາຍຄວບຄູ່ໃນໄລຍະ 6 ເດືອນທ້າຍປີ 2021”. ນີ້ແມ່ນຄັ້ງທຳອິດກະຊວງການຕ່າງປະເທດຈັດກອງປະຊຸມທາງອອນລາຍ ດ້ວຍການເຂົ້າຮ່ວມຂອງເອກອັກຄະລັດຖະທູດ, ຫົວໜ້າຜູ້ຕາງໜ້າ ຫວຽດນາມ ປະຈຳຕ່າງປະເທດ 96 ທ່ານ ເພື່ອແລກປ່ຽນກ່ຽວກັບບັນດາມາດຕະການຍູ້ແຮງວຽກງານການທູດເສດຖະກິດ, ຮັບໃຊ້ການປ້ອງກັນ ຕ້ານໂລກລະບາດ ແລະ ປະກອບສ່ວນປະຕິບັດບັນດາເປົ້າໝາຍພັດທະນາເສດຖະກິດ - ສັງຄົມໃນໄລຍະ 6 ເດືອນທ້າຍປີ 2021.

        ກ່າວຄຳເຫັນທີ່ກອງປະຊຸມ, ທ່ານລັດຖະມົນຕີການຕ່າງປະເທດ ຫວຽດນາມ ບຸຍແທັງເຊີນ ເນັ້ນໜັກວ່າ, ໂລກລະບາດບໍ່ສິ້ນສຸດລົງໂດຍໄວ ຫາກຫັນປ່ຽນໄປ “ສະພາບປົກກະຕິໃໝ່” ດ້ວຍບັນດາການຜັນແປທີ່ສັບສົນກວ່າ. ຫົວໜ້າອົງການຜູ້ຕາງໜ້າແຕ່ລະຄົນແມ່ນນາຍທະຫານຢູ່ສະໜາມຮົບ, ຕ້ອງເສີມຂະຫຍາຍການປະດິດຄິດສ້າງຮັບໃຊ້ 2 ເປົ້າໝາຍແມ່ນ ຕ້ານໂລກລະບາດ ແລະ ພັດທະນາເສດຖະກິດ ແລະ ໃນການຜັນຂະຫຍາຍຕ້ອງຕິດພັນກັບຄວາມຕ້ອງການພັດທະນາຢູ່ພາຍໃນປະເທດຢ່າງໃກ້ຊິດ. ກອງປະຊຸມໄດ້ເຫັນດີເປັນເອກະພາບ 5 ເນື້ອໃນໄລຍະ 6 ເດືອນທ້າຍປີຄື: ສືບຕໍ່ຍູ້ແຮງການທູດວັກຊິນ ຕາມທຸກຮູບແບບຄື ອຸປະຖຳ, ຂາຍ ແລະ ຖ່າຍທອດເຕັກໂນໂລຊີ; ເປີດກວ້າງ ແລະ ເຮັດໃຫ້ການຮ່ວມມືທາງດ້ານເສດຖະກິດກັບບັນດາຄູ່ຮ່ວມມືສຳຄັນໃຫ້ເລິກເຊິ່ງກວ່າ, ນຳໃຊ້ບັນດາສັນຍາການຄ້າເສລີ; ສືບຕໍ່ຍູ້ແຮງການເຄື່ອນໄຫວເຊື່ອມຕໍ່ກັບທ້ອງຖິ່ນ, ວິສາຫະກິດສົ່ງເສີມເສດຖະກິດການຕ່າງປະເທດຮັບມືກັບສະພາບການໂລກລະບາດໂຄວິດ-19…

ຕອບກັບ

ຂ່າວ/ບົດ​ອື່ນ