ຍູ້ແຮງການປຸກສ້າງເຮືອນຢູ່ໂດຍລັດໜູນຊ່ວຍໃຫ້ແກ່ກຳມະກອນ

(VOVWORLD) - ທ່ານ ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງີ້ ໃຫ້ຮູ້ວ່າ: ຄາດໝາຍຮອດປີ 2025, ຈະປະຕິບັດສຳເລັດບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍລົງທຶນກໍ່ສ້າງ 156 ໂຄງການ ດ້ວຍຂອບຂະໜາດ 156.000 ຫ້ອງເຮືອນ ແລະ ບັນດາໂຄງການພວມໄດ້ຮັບການປະຕິບັດລະບຽບການລົງທຶນ 245 ໂຄງການດ້ວຍຂອບຂະໜາດ 300.000 ຫ້ອງເຮືອນ
ຍູ້ແຮງການປຸກສ້າງເຮືອນຢູ່ໂດຍລັດໜູນຊ່ວຍໃຫ້ແກ່ກຳມະກອນ - ảnh 1ກອງປະຊຸມຊຸກຍູ້ການພັດທະນາເຮືອນຢູ່ໃນຕອນເຊົ້າວັນທີ 1 ສິງຫາ

ກ່າວຄຳເຫັນທີ່ກອງປະຊຸມຊຸກຍູ້ການພັດທະນາເຮືອນຢູ່ໂດຍລັດໜູນຊ່ວຍໃຫ້ແກ່ກຳມະກອນ, ຜູ້ມີລາຍຮັບຕ່ຳເຊິ່ງຈັດຂຶ້ນໃນຕອນເຊົ້າວັນທີ 1 ສິງຫາ ຢູ່ຮ່າໂນ້ຍ, ທ່ານນາຍົກລັດຖະມົນຕີ ຫວຽດນາມ ຟ້າມມິງຈິງ ເນັ້ນໜັກເຖິງການປະຕິບັດບັນດາແຜນນະໂຍບາຍ, ກົດໝາຍຂອງພັກ, ລັດ ມາຮອດປະຈຸບັນ ມີເຮືອນຢູ່ໂດຍລັດໜູນຊ່ວຍ 7,8 ລ້ານຕາແມັດໄດ້ຮັບການກໍ່ສ້າງ, ຊ່ວຍໃຫ້ກຳມະກອນ, ຜູ້ມີລາຍຮັບຕ່ຳນັບແສນໆຄົນມີບ່ອນຢູ່ອາໄສ. ແຕ່ເຖິງຢ່າງໃດກໍ່ຕາມ, ຄວາມຕ້ອງການກ່ຽວກັບເຮືອນຢູ່ໃຫ້ແກ່ກຳມະກອນ, ຜູ້ມີລາຍຮັບຕ່ຳຍັງແມ່ນບັນຫາຮີບດ່ວນ ຕ້ອງສືບຕໍ່ໄດ້ຮັບຄວາມເອົາໃຈໃສ່, ຊຸກຍູ້.

        ລາຍງານທີ່ກອງປະຊຸມ, ທ່ານ ລັດຖະມົນຕີກະຊວງກໍ່ສ້າງ ຫງວຽນແທັງງີ້ ໃຫ້ຮູ້ວ່າ: ຄາດໝາຍຮອດປີ 2025, ຈະປະຕິບັດສຳເລັດບັນດາໂຄງການທີ່ໄດ້ຮັບການຜັນຂະຫຍາຍລົງທຶນກໍ່ສ້າງ 156 ໂຄງການ ດ້ວຍຂອບຂະໜາດ 156.000 ຫ້ອງເຮືອນ ແລະ ບັນດາໂຄງການພວມໄດ້ຮັບການປະຕິບັດລະບຽບການລົງທຶນ 245 ໂຄງການດ້ວຍຂອບຂະໜາດ 300.000 ຫ້ອງເຮືອນ. ຮອດປີ 2030, ຈະລົງທຶນກໍ່ສ້າງສຳເລັດເຮືອນຢູ່ໂດຍລັດໜູນຊ່ວຍ, ກຳມະກອນເຂດອຸດສາຫະກຳໃຫ້ໄດ້ 1 ລ້ານຫ້ອງເຮືອນ. ພັດທະນາເຮືອນຢູ່ໂດຍລັດໜູນຊ່ວຍ, ເຮືອນຢູ່ໃຫ້ແກ່ກຳມະກອນແມ່ນໜຶ່ງໃນບັນດາເນື້ອໃນສຳຄັນຂອງນະໂຍບາຍພັດທະນາເສດຖະກິດ - ສັງຄົມ; ແມ່ນຄວາມຮັບຜິດຊອບຂອງລັດ, ຂອງສັງຄົມ ແລະ ຂອງປະຊາຊົນ.

ຕອບກັບ

ຂ່າວ/ບົດ​ອື່ນ